ປະທານາທິບໍດີPutinຢັ້ງຢືນຄວາມສຳຄັນຂອງການພົວພັນລັດເຊຍ-ອາເມລິກາ

ປະທານາທິບໍດີPutinຢັ້ງຢືນຄວາມສຳຄັນຂອງການພົວພັນລັດເຊຍ-ອາເມລິກາ - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: AFP)


(vovworld) – ວັນ​ທີ 4/7, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ຢັ້ງຢຶນການ​ພົວພັນ ລັດ​ເຊຍ - ອາ​ເມ​ລິ​ກາ, ​ເຖິງ​ວ່າ​ຍັງ​ມີ​ຄວາມ​ບໍ່​ລົງ​ລ​ອຍກັນກໍ່ຕາມ, ​ແຕ່​ຍັງ​​ແມ່ນ​ປັດ​ໄຈ​ຫຼັກ​ແຫຼ່ງສຳລັບ​ການ​ຮັບປະກັນ​ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ໃນ​ໂລກ. ​ໃນ​ສານ​ຝາກ​ເຖິງ​ຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ Barack Obama ​ເນື່ອງ​ໃນ​ໂອກາດ​ວັນຊາດ ອາ​ເມ​ລິ​ກາ (4/7), ທ່ານ​ປະທານາທິບໍດີ Putin ຊີ້​ແຈ້ງວ່າ ຖ້າ​ຫາກ​ສ້າງ​ການ​ເຈລະຈາ​ບົນ​ພື້ນຖານ​ບັນດາ​ຫຼັກການ​ສະ​ເໝີ​ພາບ ​ແລະ ​ເຄົາລົບ​ຜົນ​ປະ​ໂຫຍ​ດຂອງ​ກັນ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ອາດ​ຈະ​ຊອກ​ຫາ​ບັນດາ​ມາດ​ຕະການ​ໃຫ້​ແກ່​ບັນດາ​ບັນຫາ​ສາກົນທີ່​ສັບສົນ​ທີ່​ສຸດ ​ແລະ ຮັບ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ບັນດາ​ໄພ​ນາບ​ຂູ່ ​ແລະ ການ​ທ້າ​ທາຍ​ທົ່ວ​​ໂລກ​.

ຂ່າວ/ບົດ​ອື່ນ