ປະທານາທິບໍດີTanzaniaສິ້ນສຸດການຢ້ຽມຢຽມຫວຽດນາມຢ່າງຈົບງາມ

ປະທານາທິບໍດີTanzaniaສິ້ນສຸດການຢ້ຽມຢຽມຫວຽດນາມຢ່າງຈົບງາມ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ. ເອ​ກະ​ພາບ ຕາ​ຢາ​ເນຍ Jakaya Mrisho Kikwete
(ພາບ: Tuấn Anh/TTXVN)

(vovworld) – ຕອນ​ຄ່ຳ​ວັນ​ທີ 28/10, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ. ເອ​ກະ​ພາບ Tanzania Jakaya Mrisho Kikwete, ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 26 – 28/10 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ . ໃນ​ໄລ​ຍະ​ຢູ່ຢ້ຽມ​ຢາມ ຫວຽດ​ນາມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Tanzania ໄດ້ເຈ​ລ​ະ​ຈາ​ກັບ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ​, ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫງວຽນ​ຟູ໋​ຈ້ອງ, ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ. ໃນ​ການ​ພົບ​ປະ​ຄັ້ງ​ຕ່າງໆ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ແລະ ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ, ປະ​ກອບ​ສ່ວນ​ສ້າງ​ສາ​ໂລກ​ແຫ່ງ​ຍຸ​ຕິ​ທຳ, ປະ​ຊາ​ທິ​ປະ​ໄຕ​ກ່​ວາ​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງ​ຜ່ານ​ການ​ແລ​ກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ, ແຮກ​ສ່ຽວ​ລະ​ຫວ່າງ​ບັນ​ດາ​ນະ​ຄອນ​ໃຫຍ່​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ​ກ່​ວາ​ອີກ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ຜັນ​ຂະ​ຫ​ຍາຍ​​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ກະ​ສິ​ກຳ ແລະ ໂທ​ລະ​ຄົມ​​ໂດຍ​ໄວ ແລະ ຈະ​ຕັ້ງ​ໜ້າ​ສົມ​ທົບ​ກັນ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ລົງ​ທຶນ, ການ​ຄ້າ, ກະ​ສິ​ກຳ, ສິນ​ໃນ​ນ້ຳ… ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ໃຕ້ - ໃຕ້. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈະ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ໃນ​ປີ 2015 ໂດຍ​ໄວ.

ຂ່າວ/ບົດ​ອື່ນ