ປະທານາທິບໍດີຄົນໃໝ່ Zimbabwe ຍຸບເລີກຄະນະລັດຖະບານ

(VOVWORLD) -ວັນທີ 27 ພະຈິກ, ທ່ານປະທານາທິບໍດີຄົນໃໝ່ Zimbabwe, Emmerson Mnangagwa ໄດ້ຍຸບເລີກຄະນະລັດຖະບານ ແລະ ໃຫ້ຮູ້ວ່າ, ທ່ານພວມດຳເນີນເຕົ້າໂຮມຖັນແຖວບັນດາລັດຖະມົນຕີໃນຄະນະລັດຖະບານໃໝ່.

ປະທານາທິບໍດີຄົນໃໝ່ Zimbabwe ຍຸບເລີກຄະນະລັດຖະບານ - ảnh 1ປະທານາທິບໍດີຄົນໃໝ່ Zimbabwe ຍຸບເລີກຄະນະລັດຖະບານ 

(ພາບ: THX/TTXVN)

ໃນຖະແຫຼງການສະບັບໜຶ່ງ, ທ່ານຫົວໜ້າຫ້ອງການປະທານາທິບໍດີ Misheck Sibanda ເວົ້າວ່າ, ທ່ານປະທານາທິບໍດີຄົນໃໝ່ Mnangagwa ໄດ້ແຕ່ງຕັ້ງທ່ານ Patrick Chinamasa ເປັນຜູ້ຮັກສາການລັດຖະມົນຕີກະຊວງການເງິນ ແລະ ທ່ານ Simbarashe Mumbengegwi ເປັນຜູ້ຮັກສາການລັດຖະມົນຕີການຕ່າງປະເທດ ເພື່ອໃຫ້ບັນດາວຽກງານບໍ່ຖືກຕັດຕອນຢູ່ບັນດາກະຊວງທີ່ສຳຄັນຈົນຮອດເວລາຄະນະລັດຖະບານໃໝ່ໄດ້ຮັບການປະກາດ.

ຕອບກັບ

ຂ່າວ/ບົດ​ອື່ນ