ປະທານາທິບໍດີຄົນໃໝ່ຂອງອາບການິດສະຖານຮຽກຮ້ອງໃຫ້ຕາລີບານເຈລະຈາສັນຕິພາບ

ປະທານາທິບໍດີຄົນໃໝ່ຂອງອາບການິດສະຖານຮຽກຮ້ອງໃຫ້ຕາລີບານເຈລະຈາສັນຕິພາບ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີຄົນ​ໃໝ່​ຂອງ ອາບ​ກາ​ນິດ​ສະ​ຖານ Ashraf Ghani
(ພາບ: AFP)

(vovworld) – ວັນ​ທີ 29/9, ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ບາ​ນ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີຄົນ​ໃໝ່​ຂອງ ອາບ​ກາ​ນິດ​ສະ​ຖານ Ashraf Ghani ເນັ້ນ​ໜັກ​ວ່າ: “ພວກ​ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ຕ້ານ​ລັດ​ຖະ​ບານ, ພິ​ເສດ​ແມ່ນ ຕາ​ລີ​ບານ ແລະ Hizb a Islami ເຂົ້າ​ຮ່ວມ​ບັນ​ດາ​ການ​ເຈ​ລະ​ຈາ​ການ​ເມືອງ”. ທ່ານ Ghani ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຕໍ່​ສູ້​ຕ້ານ​ໄພ​ສໍ້​ລາດ​ບັງຫຼວງ ແລະ ຮ​ຽກ​ຮ້ອງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກຸ່ມ​ການ​ເມືອງ​ໃນ​ລັດ​ຖະ​ບານ​​ປະ​ສົມ. ພິ​ທີ​ີ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາບ​ກາ​ນິດ​ສະ​ຖານ ຄົນ​ໃໝ່ ແມ່ນ​ຂີດ​ໝາຍ​ໃຫ້​ແກ່​ການມອບ​ໂອນ​ສິດ​ອຳ​ນາດ​ໂດຍປະ​ຊາ​ທິ​ປະ​ໄຕ​​ຄັ້ງ​ທຳ​ອິດ ແລະ ເປີດ​ສັງ​ກາດ​ໃໝ່​ຢູ່ ອາບ​ກາ​ນິດ​ສະ​ຖານ, ສິ້ນ​ສຸດ​ໄລ​ຍະ 13 ປີ​ແຫ່ງ​ການກຳ​ອຳ​ນາດ​ຂອງ​ທ່ານ Hamid Karzai ນັບ​ແຕ່​ເມື່ອ​ລະ​ບອບ ຕາ​ລີ​ບານ ຖືກ​​ໂຄ້ນລົ້ມ​​ໃນ​ປີ 2001. ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ການ​ເຄື່ອນ​ໄຫວ​ມ້າງ​ທຳ​ລາຍ ໂດຍ ຕາ​ລີ​ບານ ດຳ​ເນີນ​ຍັງ​ຄົງ​ແມ່ນ​ໄພ​ນາບ​ຂ​ູ່ ແລະ ແມ່ນ​ສິ່ງ​ທ້າ​ທາຍ​ສຳ​ລັບ​ຄວາມ​ສະ​ຫງົບ​ອັນ​ໃຫຍ່ຫຼວງ​ທີ່​ມີ​ຕໍ່​ລັດ​ຖະ​ບານ ອາບ​ກາ​ນິດ​ສະ​ຖານ, ພິ​ເສດ​ໃນ​ສະ​ພາບ​ການ​ກຳ​ລ​ັງ​ສາ​ກົນ​ໂດຍ ນາ​ໂຕ ນຳ​ໜ້າ​ຈະ​ຖອນກຳ​ລັງ​ອອກ​ຈາກ​ປະ​ເທດນີ້​ໃນ​ທ້າຍ​ປີນີ້.


ຂ່າວ/ບົດ​ອື່ນ