ປະທານາທິບໍດີຊີຣີ: ການເຈລະຈາສັນຕິພາບ ໄປຄຽງຄູ່ກັບການຢຸດຕິ ການສະໜັບສະໜູນທະຫານລູກຮື້ຂຶ້ນ

ປະທານາທິບໍດີຊີຣີ: ການເຈລະຈາສັນຕິພາບ ໄປຄຽງຄູ່ກັບການຢຸດຕິ ການສະໜັບສະໜູນທະຫານລູກຮື້ຂຶ້ນ - ảnh 1
(ປະທານາທິບໍດີ​ຊີຣີ Bashar al Assad)

(vovworld) - ​ປະທານາທິບໍດີ​ຊີຣີ Bashar al Assad ຖະ​ແຫຼ​ງວ່າ ບັນດາ​ການ​ເຈລະຈາ​ເພື່ອ​ແນ​ໃສ່​ຢຸດຕິ​ສົງຄາມກາງ​ເມືອງ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ ນີ້​ສາມາດ​ໄດ້​ຮັບ​ຜົນສຳ​ເລັດ​ເມື່ອ​ບັນດາ​ປະ​ເທດມະຫາ​ອຳນາດ​ຝ່າຍ​ຕາ​ເວັນ​ຕົກ ຢຸ​ດຕິ​ການ​ສະໜັບສະໜູນ​ທະຫານລູກ​ຮື້​ຂຶນ​ຕ້ານ​ລັດຖະບານ​ຂອງ​ທ່ານ. ທ່ານ Assad ​ໄດ້​ຍົກ​ອອກ​ຖະ​ແຫຼ​ງການ​ດັ່ງກ່າວ​ໃນ​ການ​ພົບ​ປະ​ກັບ​ທູດ​ພິ​ເສດ​ຮ່ວມ​ສະຫະ​ປະຊາ​ຊາດ - ສະຫະພັນ​ອາຣັບ ກ່ຽວ​ກັບ​ຊີຣີ ທ່ານ Lakhdar Brahimi ຢູ່​ນະຄອນຫຼວງ ດາ​ມາ​ກຸຸດ ​ໃນ​ວັນ​ທີ 30 ຕຸລາ. ຊ່ອງ​ໂທລະພາບ​ແຫ່ງຊາດ​ຊີຣີ ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ Assad ທີ່​ເວົ້າ​ກັບ​ທ່ານ Brahimi ວ່າ: ຜົນສຳ​ເລັດ​ຂອງ​ບໍ່​ວ່າ​ມາດ​ຕະການ​ດ້ານ​ການ​ເມືອງ​ໃດໆ ລ້ວນ​ແຕ່ກ່ຽວຂ້ອງ​ຢ່າງ​ແໜ້ນ​ແຟ້ນ ເຖິງ​ການ​ຍຸດຕິ​ການ​ສະໜັບສະໜູນບັນດາ​ກຸ່ມ​ກໍ​ການ​ຮ້າຍໄປ​ຄຽງຄູ່​ກັບການ​ກໍ່​ຄວາມ​ດັ່ນ​ໃຫ້ບັນດາ​ປະ​ເທດ​ຊ່ວຍ​ເຫຼືອ​ໃຫ້​ບັນດາ​ກຸ່ມ​ດັ່ງກ່າວ. ກໍ່​ໃນການພົບປະ, ທ່ານ Assad ໄດ້ຢືນຢັນອີກເທື່ອໜຶ່ງວ່າ ອະນາຄົດຂອງຊີຣີ ໂດຍປະຊາຊົນ ຊີຣີ ຕັດສິນດ້ວຍຕົນເອງ, ພ້ອມທັງຢືນຢັນວ່າ ທຸກໆມາດຕະການແກ້ໄຂດ້ານການເມືອງຕ້ອງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກຊາວ​ຊີຣີ.

ຂ່າວ/ບົດ​ອື່ນ