ປະທານາທິບໍດີຊົ່ວຄາວ ສ.ອາຟຼິກກາກາງ ສະເໜີການເຈລະຈາ


ປະທານາທິບໍດີຊົ່ວຄາວ ສ.ອາຟຼິກກາກາງ ສະເໜີການເຈລະຈາ - ảnh 1

(ພາບ: AFP/TTXVN)

(vovworld)-ໃນຄຳປະກາດເມື່ອວັນ​ທີ 16/1, ຢູ່​ນະຄອນຫຼວງ Bangui, ທ່ານ Alexandre Ferdinand Nguendet ປະທານາທິບໍດີຊົ່ວຄາວສ.ອາຟຼິກກາກາງ ​ໄດ້​ຮຽກຮ້ອງ​ລັດຖະບານ​ສາມັກຄີ​ຊົນ​ຊາດ ທີ່​ໃກ້​ຈະ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ ຈົ່ງ​ດຳ​ເນີນ​ການ​ເຈລະຈາ​ກັບ​ກຳລັງ​ລຸກ​ຮຶ້ນຂຶ້ນ Seleka ​ເພື່ອ​ແນ​ໃສ່​ຟື້ນ​ຟູ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ປະ​ເທດ​ນີ້.

  ລັດຖະບານ​ສາມັກຄີ​ຊົນ​ຊາດຈະ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ພາຍຫຼັງ​ທີ່ສະພາ​ແຫ່ງ​ຊາດ​ປະກາດ​ປະທານາທິບໍດີ​ຊົ່ວຄາວຄົນ​ໃໝ່​ຂອງປະ​ເທດ​ນີ້ ກ່ອນ​ທ້າ​ຍສັບປະດາ​ນີ້. ສະພາ​ແຫ່ງ​ຊາດ ສ.ອາຟຼິກກາກາງ ​ໄດ້​ຈັດການ​ປະຊຸມ​ນັບ​ແຕ່​ວັນ​ທີ 14/1 ​ເພື່ອ​ເລືອກ​ຕັ້ງປະທານາທິບໍດີ​ຊົ່ວຄາວ ພາຍຫຼັງ​ທີ່ປະທານາທິບໍດີ​ Michael Djotodia ລາ​ອອກ​ຈາກ​ຕຳ​ແຫຼ່ງ.

  ສ.ອາຟຼິກກາກາງ ​ຕົກ​ເຂົ້າສູ່​ສະພາບ​ຂາດ​ສະຖຽນ​ລະ​ພາບຢ່າງ​ຮ້າຍ​ແຮງ​ນັບ​ແຕ່​ປະທານ​ນາ​ທິບໍດີ Francois Bozize ຖືກກຳລັງ​ລຸກ​ຮຶ້ນຂຶ້ນ Seleka ​ໂຄ່ນ​ລົ້ມ​ເມື່ອ​ເດືອນ 3/2013 ​ແລະ ທ່ານ Michael Djotodia ​ໄດ້​ຮັບດຳລົງ​ຕຳ​ແໜ່​ງ​ເປັນປະທານາທິບໍດີ​ຊົ່ວຄາວ ​ແຕ່​ທ່ານກໍ່​ບໍ່​ສາມາດ​ສະກັດ​ກັ້ນບັນດາ​ການ​ຈະລາຈົນ​ໂດຍ​ກຸ່ມ​ລຸກ​ຮຶ້ນຂຶ້ນ​ກໍ່​ຂຶ້ນ. ​ໄລ່​ສະ​ເພາະ​​ແຕ່​​ເດືອນ 12/2013 ຜ່ານ​ມາ, ການ​ໃຊ້​ຄວາມ​ຮຸນ​ແຮງ​ໄດ້​ເຮັດ​ໃຫ້ ປຊຊ ກ່ວາ 1000 ຄົນ​ເສຍ​ຊີວິດ./.

 

ຂ່າວ/ບົດ​ອື່ນ