ປະທານາທິບໍດີປູຕີນຕອບ80ຄຳຖາມໃນການພົບປະໂດຍກົງທາງອິນເຕີເນັດເທື່ອທີ14ກັບຊາວລັດເຊຍ

ປະທານາທິບໍດີປູຕີນຕອບ80ຄຳຖາມໃນການພົບປະໂດຍກົງທາງອິນເຕີເນັດເທື່ອທີ14ກັບຊາວລັດເຊຍ - ảnh 1
ປະທານາທິບໍດີ​ ລັດເຊຍ ປູ​ຕີນ​ (ພາບ: TTXVN)

(vovworld) - ຕອນ​ທ່ຽງ​ວັນ​ທີ 14/4, (ຕາມ​ເວລາ​ລັດ​ເຊຍ), ຢູ່​ລາຊະ​ວັງ Gostinyi, ນະຄອນຫຼວງ​ມົດ​ສະ​ກູ. ​ໃນ​ການ​ພົບ​ປະ​ແລກປ່ຽນ​​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ທີ່​ແກ່ຍາວ​ເປັນ​ເວລາ 3 ​ໂມງ​ເຄິ່ງນັ້ນ. ປະທານາທິບໍດີ​ ປູ​ຕີນ​ໄດ້​ຕອບ 80 ຄຳ​ຖາມ​ໃນ​ຈຳນວນ 2,5 ລ້ານ​ຄຳ​ຖາມ​ທີ່​ຖືກ​ສົ່ງ​ເຖິງ​ປະທານາທິບໍດີ. ຫົວ​ຂໍ້​ຕົ້ນຕໍ​ຂອງ​ງານ​ພົບ​ປະ​ແລກປ່ຽນ​​ໃນ​ປີ​ນີ້​ແມ່ນ​ສະພາບ​ເສດຖະກິດ​ຂອງ​ປະ​ເທດ ກໍ່​ຄື​ບັນດາ​ບັນ​ຫາ​ຊີວິດ​ສັງຄົມ ​ແລະ ຊີວິດ​ປະຈຳ​ວັນ. ຕາມປະທານາທິບໍດີ​ ປູ​ຕີນ​ແລ້ວ, ​ເພື່ອ​ພັດທະນາ​ເສດຖະກິດ, ສິ່ງ​ສຳຄັນ​ແມ່ນ​ຮັບປະກັນ​ແຫຼ່ງ​ລົງທຶນ, ຍົກ​ສູງ​ປະສິດທິ​ຜົນ ກໍ່​ຄື​ເພີ່ມ​ລາຍ​ຮັບ​ໃຫ້​ປະຊາຊົນ ​ເພື່ອ​ໜູນ​ຊ່ວຍ​​ໃຫ້​ບັນດາ​ຜູ້​ຖືກ​ສ່ຽງ​ໄພ​ສູງ​ກວ່າ​ເພິ່ນ. ລັດຖະບານ​ຈະ​ມານະ​ພະຍາຍາມ​ບໍ່​ພິມ​ຈຳ​ໜ່າຍເງິນ ​ແລະ ປ່ຽນ​ໃໝ່​ໂຄງ​ປະກອບ​ເສດຖະກິດອີກ.

 


ຂ່າວ/ບົດ​ອື່ນ