ປະທານາທິບໍດີປາແລັດສະຕິນພ້ອມແລ້ວທີ່ຈະເຈລະຈາກັບນາຍົກລັດຖະມົນຕີອິດສະຣາແອັນຢູ່ມົດສະກູ

(VOVWORLD) -ວັນທີ 16 ເມສາ, ທ່ານລັດຖະມົນຕີການຕ່າງປະເທດປາແລັດສະຕິນ Riyad al Maliki ໃຫ້ຮູ້ວ່າ

ທ່ານປະທານາທິບໍດີ Mahmoud Abbas ພ້ອມແລ້ວທີ່ຈະພົບປະກັບທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu ໂດຍບໍ່ມີເງື່ອນໄຂໃດໆ, ຖ້າຫາກການພົບປະດຳເນີນຢູ່ມົດສະກູ ແລະ ພາຍໃຕ້ການເປັນປະທານຂອງປະທານາທິບໍດີລັດເຊຍ. ໃນຂະນະນັ້ນ, ລັດຖະມົນຕີການຕ່າງປະເທດປາແລັດສະຕິນ ກໍ່ໃສ່ໃຈວ່າ ປະຈຸບັນຍັງບໍ່ທັນມີຂໍ້ສະເໜີລະອຽດໃດເພື່ອຈັດກອງປະຊຸມຄືແນວນັ້ນ.

        ວັນທີ 16 ເມສາ, ທ່ານ Riyad al Maliki ໄດ້ມີການປຶກສາຫາລືກັບຄູ່ຕຳແໜ່ງລັດເຊຍ Sergey Lavrov ກ່ຽວກັບມາດຕະການແກ້ໄຂສະພາບການຢູ່ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ