ປະທານາທິບໍດີຜູ້ທີ່ຖືກ ໂຄ່ນລົ້ມ Mohamed Morsi ຖືກກ່າວຫາ ກະຕຸກຊຸກຍູ້ ການໃຊ້ຄວາມຮຸນແຮງ

ປະທານາທິບໍດີຜູ້ທີ່ຖືກ ໂຄ່ນລົ້ມ Mohamed Morsi ຖືກກ່າວຫາ ກະຕຸກຊຸກຍູ້ ການໃຊ້ຄວາມຮຸນແຮງ - ảnh 1

ສະພາບ​ການ​ຢູ່​ອີ​ຢີບ

(ພາບ:xalo.vn)

(vovworld)-​​​​ ​ວັນ​ທີ 1/9, ຫົວໜ້າ​ໄອຍະ​ການອີ​ຢີບ, ທ່ານ Hesham Barakat ​ໄດ້ສົ່ງ​ສຳ​ເນົາ​ເອກະສານ​ກ່ຽວຂ້ອງ​ເຖິງປະທານາທິບໍດີ​ຜູ້​ທີ່​ຖືກ​ໂຄ່ນ​ລົ້ມ Mohamed Morsi ​ໄປສານ​ອາຍາ​ເພື່ອ​ພິພາກສາ ດ້ວຍ​ການ​ກ່າວ​ຫາ​ວ່າ​ມີ​ການ​ກະທຳ​ໃຊ້​ຄວາມ​ຮຸນ​ແຮງ, ກະຕຸກ​ຊຸກຍູ້​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ​ເຂັນ​ຂ້າ​ມະນຸດ. ທ່ານ Mohamed Morsi ​​ແລະ 14 ຄົນ​ອື່ນ, ​ໃນ​ນັ້ນມີ​ຫົວ​ໂປ່​ຂອງ​ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ສະ​ລິ​ມ 2 ຄົນ ຖືກ​ກ່າວ​ຫາ​ວ່າມີ​ການ​ກ່ຽວຂ້ອງ​ເຖິງ​​ການ​ປະ​ທະ​ກັນ​ຄັ້ງຕ່າງໆໃນ​ທ້າຍ​ປີ 2012 ຕໍ່ໜ້າ​ທຳນຽບປະທານາທິບໍດີ. ນີ້​ແມ່ນ​ຂໍ້​ກ່າວ​ຫາ​ທາ​ງການ​ທຳອິດທີ່​ມີ​ຕໍ່​ທ່ານ Mohamed Morsi ​ນັບ​ແຕ່ທ່ານ​ຖືກ​ກອງທັບ​ໂຄ່ນ​ລົ້ມ ​ແລະ ຖືກ​ຄຸມ​ຂັງ​ຢູ່​ສະຖານ​ທີ່​ປິດ​ລັບ​ນັບ​ແຕ່​ວັນ​ທີ 3/7 ມາ​ຮອດ​ປະຈຸ​ບັນ. ປະຈຸ​ບັນ, ​ເວລາ​ຈັດ​ວາລະສານ​ພິພາກສາ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປະກາດ​ເທື່ອ.

ຂ່າວ/ບົດ​ອື່ນ