ປະທານາທິບໍດີຜູ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີອາເມລິກາ Donald Trump ສະເໜີຜູ້ຕາງໜ້າການຄ້າອາເມລິກາ

ປະທານາທິບໍດີຜູ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີອາເມລິກາ Donald Trump ສະເໜີຜູ້ຕາງໜ້າການຄ້າອາເມລິກາ - ảnh 1
ປະທານາທິບໍດີຜູ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີອາເມລິກາ Donald Trump
(ພາບ​ປະ​ກອບ: AP)

(vovworld) - ​ວັນ​ທີ 03/01, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ໄດ້​ຮັບໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ Donald Trump ໄດ້​ສະ​ເໜີ​ທ່ານ​ທະ​ນາຍ​ຄວາມ Robert Lighthizer ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ຕາງ​ໜ້າ​ການ​ຄ​້າ​ອາ​ເມ​ລິ​ກາ ດ້ວຍ​ຄວາມ​ຫວັງ​ວ​່າ ຈະ​ຊ່ວຍ​ນຳ​ມາ​ໃຫ້​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ສະ​ດວກກວ່າ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ, ເພື່ອ​ແນ​ໃສ່​ຫຼຸດ​ຜ່ອນ​​ການ​ຂາດ​ດຸ່ນດ້ານ​ການ​ຄ້າ. ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ, ​ມະ​ຫາເສດ​ຖີ Trump ຕີ​ລາ​ຄາ​ວ່າ, ຖ​້າ​ຫາກ​ກາຍ​ເປັນ​ຫົວ​ໜ້າ​ຫ້ອງ​ການ​ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ລິ​ກາ, ທ່ານ Lighthizer ຈະ​ຊ່ວຍ​ອາ​ເມ​ລິ​ກາ ມີ​ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ດີກວ່າ, ໃນ​ນັ້ນ​​ຖືກ​ຜູ້​ອອກ​ແຮງ​ງານອາ​ເມ​ລິ​ກາ ​ເປັນ​ສຳ​ຄັນອັນ​ດັບ​ໜຶ່ງ. ດ້ວຍ​ເລື່ອງ​ສະ​ເໜີ​ດັ່ງ​ກ່າວ, ທະ​ນາຍ​ຄວາມ Lighthizer ຈະ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ແຜນ​​ດຳ​ເນີນ​ງານ​ດ້ານການ​ຄ້າ​ຂອງອ​ຳ​ນາດ​ການ​ປົກ​ຄອງ​ຂອງ​​ທ່ານ Trump ພາຍ​ຫຼັງ​​ການ​ສາສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ໃນ​ວັນ​ທີ 20/01 ຈ​ະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ