ປະທານາທິບໍດີຝຣັ່ງFrancois Hollandeຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ປະທານາທິບໍດີຝຣັ່ງFrancois Hollandeຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
(ພາບຈາກ sightcall.com)

(vovworld) – ທ່ານ​ປະທານາທິບໍດີຝຣັ່ງ Francois Hollande ມີ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ຫວຽດນາມ ​ແຕ່​ວັນ​ທີ 5 – 7/9/2016. ການ​ຢ້ຽມຢາມ ຫວຽດນາມ ​ຂ​ອງ ທ່ານ​ປະທານາທິບໍດີຝຣັ່ງ Francois Hollande ​ເພື່ອ​ແນ​ໃສ່​ຫັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່ 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ປີ 2013 ​ເປັນ​ລະອຽດ, ​ເຮັດ​ແຈ້ງ​ບັນດາ​ທິດ​ທາງ​ການຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ, ​ເຊິ່ງລວມມີ: ການ​​ເມ​ືອງ - ການ​ທູ​ດ, ປ້ອງ​ກັນຊາ​ດ - ປ້ອງກັນ​ຄວາມ​ສະຫງົບ, ກາ​ນຄ​້າ - ການ​ລົງທຶນ, ວິທະຍາສາດ -​ເຕັກ​ໂນ​ໂລ​ຢີ ​ແລະ ການ​ສຶກສາ - ບຳລຸງ​ສ້າງ. ນີ້​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ປະທານາທິບໍດີ ​ຝຣັ່ງ ພາຍຫລັງ 12 ​ປີ, ນັບ​ແຕ່​ເມື່ອ​ທ່ານ​ປະທາ​ນາ​ທິບໍດີ Jacques Chirac  ມາ​ຢ້ຽມຢາມ ຫວຽດນາມ ​ເມື່ອ​ປີ 2004. ຄາດ​ວ່າ, ທ່ານ​ປະທານາທິບໍດີຝຣັ່ງ Francois Hollande ຈະ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ ​ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ແລະ ມີ​ການ​ພົບ​ປະ​ກັບ​ການ​ນຳ​ພັກ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ.

        ຄາດ​ວ່າ​, ມີ​ເອກະສານ​ກ່ວາ 20 ສະບັບ​ຈະ​ໄດ້​ລົງ​ນາມ​ໃນ​ຂອບ​ເຂດການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ Francois Hollande. ປະຈຸ​ບັນ, ຝຣັ່ງ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ 5 ຂອງ ຫວຽດນາມ ​ໃນ​ສະຫະພາບ ​ເອີ​ລົບ (ອີ​ຢູ). ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃນ​ປີ​ກາຍ​ບັນ​ລຸ 4,3 ຕື້ USD. ກ່ຽວ​ກັບ​ການ​ລົງທຶນ, ຝຣັ່ງ​ແມ່ນ​ປະ​ເທດ​ທີ 3 ຢູ່ ​ເອີ​ລົບ ​ແລະ ຍື່ນອັນ​ດັບ​ທີ 16 ​ໃນ​ບັນດາ​ປະ​ເທດ, ​ເຂດ​ແຄ້ວ​ນທີ່ລົງທຶນ​ເຂົ້າ ຫວຽດນາມ, ດ້ວຍ​ຍອດ​ທຶນ​ຈົດ​ທະບຽນ​ກ່ວາ 3,4 ຕື້ USD.


ຂ່າວ/ບົດ​ອື່ນ