ປະທານາທິບໍດີຝຣັ່ງຍອມຮັບການປະລາໄຊຂອງສືບລາຊະການລັບຝຣັ່ງໃນການສະກັດກັ້ນບັນດາເຫດກໍ່ການຮ້າຍ

ປະທານາທິບໍດີຝຣັ່ງຍອມຮັບການປະລາໄຊຂອງສືບລາຊະການລັບຝຣັ່ງໃນການສະກັດກັ້ນບັນດາເຫດກໍ່ການຮ້າຍ - ảnh 1
ປະທານາທິບໍດີ ຝຣັ່ງ Francois Hollande
(ພາບປະກອບ)

(vovworld) – ວັນ​ທີ 7/1, ​ແມ່ນ​ວັນ​ຄົບຮອບ 1 ປີ​ນັບ​ແຕ່ວັນ​ເກີດ​ເຫດ​ກໍ່​ການ​ຮ້າຍ​ທີ່​ນອງ​ເລືອດ​ຢູ່​ສຳນັກງານ​ໜັງສືພິມ​​ເຢາະ​ເຢີ້ຍ Charlie Hebdo ​ເຮັດ​​ໃຫ້ 12 ຄົນ​ເສຍ​ຊີວິດ, ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande ​ໄດ້​ຮຽກຮ້ອງ​​ໃຫ້​ບັນດາ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມືກ່ວາ​ອີກ ​ເພື່ອ​ສະກັດ​ກັ້ນ​ການກໍ່​ການ​ຮ້າຍ​.​ ໃນ​ບົດ​ກ່າວ​ປາ​ໄສ​ທີ່​ສຳນັກງານ​ຕຳຫຼວດ ປາຣີ, ທ່ານ Hollande ​ໄດ້​ເວົ້າ​ເຖິງ​ການ​ປະລາ​ໄຊ​ຂອງ​ອົງການ​ສືບ​ລາຊະການ​ລັບ ຝຣັ່ງ​ ​ເມື່ອ​ປະໃຫ້​​ເກີດບັນດາ​ເຫດການ​ກໍ່​ການ​ຮ້າຍ​ທີ່​ຮ້າຍ​ແຮງ​ເກີດ​ ​ໃນ​ໄລຍະ​ຜ່ານ​ມາ, ​ໃນ​ນັ້ນ​ມີ​ເຫດການ​ບຸກ​ໂຈມ​ຕີ​ເກີດ​​ຢູ່​ນະຄອນຫຼວງ ປາຣີ (ປະ​ເທດ​ຝຣັ່ງ) ​​ເມື່ອ​ເດືອນ 11/2015. ທ່ານ​ປະທານາທິບໍດີ ຝຣັ່ງ ກໍ່​ຮຽກຮ້ອງ​ໃຫ້​ທຸກໆ​​ຫົວໜ່ວຍທີ່​ຂຶ້ນ​ກັບ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ປະ​ເທດ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ອີກ​ເພື່ອ​ຕ້ານ​ຄືນ​ບັນດາ​ເປົ້າ​ໝາຍ​ກໍ່​ການ​ຮ້າຍ.

 


ຂ່າວ/ບົດ​ອື່ນ