ປະທານາທິບໍດີຝລັ່ງ ປະຕິບັດການຢ້ຽມຢາມຄັ້ງປະຫວັດສາດເຖິງ Algeria

ປະທານາທິບໍດີຝລັ່ງ ປະຕິບັດການຢ້ຽມຢາມຄັ້ງປະຫວັດສາດເຖິງ Algeria - ảnh 1
ທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande
ແລະທ່ານ​ປະທານາທິບໍດີ Abdelaziz Bouteflika
(ພາບ: AFP)


(vovworld) -     ​ວັນ​ທີ 19/12, ທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ Algeria, ການ​ຢ້ຽມຢາມ​ໄດ້​ຮັບ​ການຕີ​ລາຄາ​ວ່າ​ແມ່ນ​​ລັກສະນະ​ບ້າດລ້ຽວ​ໃນ​ການ​ພົວພັນ​ສອງ​ປະ​ເທດ, ​ເປີດ​ຄວາມ​ຫວັງ​ໃໝ່​​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ. ນີ້​ແມ່ນ​ການ​ຢ້ຽມຢາມ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ການ​ນຳ​ຝລັ່ງ ​ໄ​ປຍັງ​ເຂດ Maghreb ນັບ​ແຕ່​ທ່ານ​​ໄດ້ຮັບ​ດຳລົງ​ຕໍາ​ແໜ່​ງ​​ເມື່ອ​​ເດືອນ 5 ຜ່ານ​ມາ. ຄາດ​ວ່າ, ທ່ານ​ປະທານາທິບໍດີ​ຝລັ່ງ ຈະ​ມີ​ການ​ເຈລະຈາ​ກັບ​ຜູ້​ຮ່ວມ​ຕຳ​ແໜ່​ງປະ​ເທດ​ເຈົ້າພາບ Abdelaziz Bouteflika ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ມາດ​ຕະການ​ຕ່າງໆ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ວິ​ກິດ​ການ​ຢູ່ Mali. ການ​ຢ້ຽມຢາມ Algeria ຂອງທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande ​ດຳ​ເນີນ​ໄປ​ໃນ​ສະພາບ​ທີ່​ການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ພວມ​ຄ່ອຍໆດີ​ຂຶ້ນ ​ແລະ ກົງ​ກັບ​​ໂອກາດທີ່ Algeria ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ຍາດ​​ເອົາ​ໄຊຊະນະ. ຕາມ​ການ​ຢັ່ງ​ຫາງ​ສຽງ​ຄັ້ງ​ລ້າ​ສຸດ​ຢູ່ Algeria ​ແລ້ວ, ມີ​ປະຊາຊົນປະມານ 57% ສະໜັບສະໜູນ​ການ​ພົວພັນ​ແບບ​ພິ​ເສດ​ກັບ​ຝລັ່ງ.

ຂ່າວ/ບົດ​ອື່ນ