ປະທານາທິບໍດີຝລັ່ງ: ອີຢູຕ້ອງກາຍເປັນສ່ວນໜຶ່ງໃນຂໍ້ຕົກລົງນິວເຄຼຍລະຫວ່າງອາເມລິກາແລະລັດເຊຍ

(VOVWORLD) -ທ່ານປະທານາທິບໍດີ Macron ຊີ້ແຈ້ງວ່າ, ຈະຍົກອອກຂໍ້ສະເໜີໃນກອງປະຊຸມຂອງ NATO ເຊິ່ງຈະດຳເນີນຢູ່ລອນດອນ ໃນອາທິດຈະມາເຖິງ

ປະທານາທິບໍດີຝລັ່ງ: ອີຢູຕ້ອງກາຍເປັນສ່ວນໜຶ່ງໃນຂໍ້ຕົກລົງນິວເຄຼຍລະຫວ່າງອາເມລິກາແລະລັດເຊຍ - ảnh 1 ທ່ານປະທານາທິບໍດີຝລັ່ງ Emmanuel Macron

(ພາບ: AFP/TTXVN)

ວັນທີ 28 ພະຈິກ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ຖືວ່າ, ສະຫະພາບເອີລົບ (ອີຢູ) ຕ້ອງເຂົ້າຮ່ວມການເຈລະຈາປຶກສາຫາລືທຸກຄັ້ງກ່ຽວກັບສັນຍາໃໝ່ເພື່ອແນໃສ່ສະກັດກັ້ນຈຳນວນບັນດາປະເພດລູກສອນໄຟນິວເຄຼຍໄລຍະກາງເຊິ່ງອາເມລິກາ ແລະ ລັດເຊຍ ເປັນກຳມະສິດ, ພາຍຫຼັງສັນຍາທີ່ໄດ້ລົງນາມແຕ່ສະໄໝສົງຄາມເຢັນ ຖືກລົ້ມລະລາຍໃນປີນີ້. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງບັນດາການເຈລະຈາກັບທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (NATO) ຢູ່ວັງ Elysee ຢູ່ນະຄອນຫຼວງປາຣີ, ທ່ານປະທານາທິບໍດີ Macron ຊີ້ແຈ້ງວ່າ, ຈະຍົກອອກຂໍ້ສະເໜີໃນກອງປະຊຸມຂອງ NATO ເຊິ່ງຈະດຳເນີນຢູ່ລອນດອນ ໃນອາທິດຈະມາເຖິງ, ພ້ອມທັງຢືນຢັນວ່າ ຢາກປຶກສາຫາລືພ້ອມກັບທ່ານປະທານາທິບໍດີລັດເຊຍ Vladimir Putin ກ່ຽວກັບຂໍ້ຕົກລົງປ່ຽນແທນ INF.

ຕອບກັບ

ຂ່າວ/ບົດ​ອື່ນ