ປະທານາທິບໍດີຝລັ່ງຢາກກໍ່ສ້າງໂບດ ນໍເທີດາມ ຢູ່ປາຣີ ຄືນໃໝ່ໃນເວລາ 5 ປີ

(VOVWORLD) -ໄລ່ຮອດວັນທີ 16 ເມສາ, ປະຊາຊົນຊາວຝລັ່ງ ແລະ ຫຼາຍປະເທດ ໄດ້ແຜ່ບໍລິຈາກເງິນຜ່ານ 2 ໜ້າເວັບທາງການຂອງກອງທຶນມໍລະດົກຝລັ່ງ ໄດ້ກວ່າ 114 ລ້ານເອີໂລ ແລ້ວ.

ປະທານາທິບໍດີຝລັ່ງຢາກກໍ່ສ້າງໂບດ ນໍເທີດາມ ຢູ່ປາຣີ ຄືນໃໝ່ໃນເວລາ 5 ປີ - ảnh 1 ໂບດນໍເທີດາມ (Notre Dame)

(ພາບປະກອບ: Reuter)

ໃນບົດກ່າວປາໄສສັ້ນທາງໂທລະພາບຝລັ່ງ, ພາຍຫຼັງເກີດເຫດອັກຄີໄຟຢູ່ ໂບດນໍເທີດາມ (Notre Dame) ຢູ່ປາຣີ, ຕອນຄ່ຳວັນທີ  16 ເມສາ, ທ່ານປະທານາທິບໍດີຝລັ່ງ Emmanuel  Macron ໄດ້ວາງເປົ້າໝາຍກໍ່ສ້າງໂບດຄືນໃໝ່ໃນຮອບເວລາ 5 ປີຈະມາເຖິງ. ທ່ານ Emmanuel  Macron, ເນັ້ນໜັກວ່າ.

        “ພວກເຮົາແມ່ນຊາດດຽວກັນຂອງບັນດານາຍຊ່າງກໍ່ສ້າງທີ່ມີສີມືດີ. ພວກເຮົາມີຫຼາຍສິ່ງຫຼາຍຢ່າງຕ້ອງກໍ່ສ້າງຄືນໃໝ່. ສະນັ້ນ, ພວກເຮົາຈະກໍ່ສ້າງໂບດ ນໍເທີດາມ ຢູ່ປາຣີ ຄືນໃໝ່ໃຫ້ສວຍງາມກວ່າ. ແລະ ຂ້າພະເຈົ້າຢາກໃຫ້ທຸກວຽກງານສຳເລັດໃນຮອບເວລາ 5 ປີ. ພວກເຮົາສາມາດເຮັດໄດ້ສິ່ງດັ່ງກ່າວ”.

        ໃນຂະນະນັ້ນ, ຂະບວນການແຜ່ບໍລິຈາກໃຫ້ແກ່ການກໍ່ສ້າງໂບດ ນໍເທີດາມ ຢູ່ປາຣີ ຄືນໃໝ່ ສືບຕໍ່ເພີ່ມຂຶ້ນສູງຢູ່ຝລັ່ງ. ໄລ່ຮອດວັນທີ 16 ເມສາ, ປະຊາຊົນຊາວຝລັ່ງ ແລະ ຫຼາຍປະເທດ ໄດ້ແຜ່ບໍລິຈາກເງິນຜ່ານ 2 ໜ້າເວັບທາງການຂອງກອງທຶນມໍລະດົກຝລັ່ງ ໄດ້ກວ່າ 114 ລ້ານເອີໂລ ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ