ປະທານາທິບໍດີຝລັ່ງຢ້ຽມຢາມເກຼັກແລະປະກາດວິໄສທັດກ່ຽວກັບອະນາຄົດອີຢູ

(VOVWORLD) -ໃນຂອບເຂດການຢ້ຽມຢາມເກຼັກ ໃນລະຫວ່າງວັນທີ 07 – 08 ກັນຍາ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ຈະປະກາດວິໄສທັດຂອງທ່ານກ່ຽວກັບອະນາຄົດຂອງສະຫະພາບເອີລົບ (ອີຢູ) ແລະ ປຶກສາຫາລືກ່ຽວກັບວິກິດການດ້ານການເງິນຢູ່ເກຼັກ.

ປະທານາທິບໍດີຝລັ່ງຢ້ຽມຢາມເກຼັກແລະປະກາດວິໄສທັດກ່ຽວກັບອະນາຄົດອີຢູ - ảnh 1 ທ່ານປະທານາທິບໍດີຝລັ່ງ Emmanuel Macron

(ພາບ: AFP/TTXVN)

ກ່າວຄຳເຫັນຢູ່ Athens, ທ່ານ Macron ປະກາດການສະໜັບສະໜູນແນວຄວາມຄິດຂອງເຢຍລະມັນ ກ່ຽວກັບການສ້າງຕັ້ງກອງທຶນເງິນຕາເອີລົບ (EMF), ແຕ່ກໍ່ເນັ້ນໜັກວ່າ ຈຸດປະສົງສຸດທ້າຍແມ່ນສ້າງງົບປະມານສະເພາະໃຫ້ພາກພື້ນນຳໃຊ້ສະກຸນເງິນເອີໂລ (Eurozone). ທ່ານປະທານາທິບໍດີຝລັ່ງກໍ່ສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບເອີລົບ ດ້ວຍເລື່ອງສ້າງຕັ້ງລັດຖະມົນຕີກະຊວງການເງິນ Eurozone ແລະ ລັດຖະສະພາ Eurozone, ກໍຄືງົບປະມານເອກະລາດໃຫ້ພາກພື້ນນີ້ິ້ ເພື່ອແນໃສ່ຫຼຸດຜ່ອນບັນດາ “ຜົນສະທ້ອນ” ດ້ານເສດຖະກິດ ແລະ ປະເຊີນໜ້າກັບບັນດາວິກິດການໃນອະນາຄົນໃຫ້ເປັນຢ່າງດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ