ປະທານາທິບໍດີຟລັ່ງ ຢືນຢັນຈະຖອນທະຫານ ອອກຈາກ ອາບການິດສຖານ ກ່ອນທ້າຍປີ 2012

ປະທານາທິບໍດີຟລັ່ງ ຢືນຢັນຈະຖອນທະຫານ ອອກຈາກ ອາບການິດສຖານ ກ່ອນທ້າຍປີ 2012 - ảnh 1
( ທ່ານ​ປະທານາທິບໍດີ Francois Hollande )

( vovworld ) -   ​ໃນ​ບົດ​ກ່າວ​ປາໄສສະ​ແດງ​ປະຕິກິລິຍາພາຍຫຼັງ​ການ​ບຸກ​ໂຈມ​ຕີ​ຢູ່​ແຂວງ Kapisa ​ປະ​ເທດ​ອາບ​ກາ​ນິດ​ສຖານ ​ເຊິ່ງ​ເຮັດ​ໃຫ້​ທະຫານ​ຟລັງ 4 ຄົນ​ເສຍ​ຊີວິດ, ອີກ​ຄັ້ງ​ໜຶ່ງ ທ່ານ​ປະທານາທິບໍດີ Francois Hollande ຢືນຢັນ​ແຜນການ​ຖອນ​ທະຫານ​ອອກ​ຈາກ​ປະ​ເທດ​ອາຊີ​​ໃຕ້​ນີ້ ​ເລີ່​ມ​ແຕ່​ເດືອນ 7 ​ແລະ ສຳ​ເລັດ​ກອ່ນ​ທ້າຍ​ປີ 2012. ການ​ຖອນ​ທະ​ຫານ​ອອກ​ຈາກ​ສະໜາມຮົບ​ອາບ​ກາ​ນິດ​ສຖານ ​ແມ່ນ​ຄຳ​ໝັ້ນ​ສັນຍາ​ທີ່​ສຳຄັນ​ຂອງ​ທ່ານ Hollande ​ໃນ​ການ​ອອກ​ສະ​ໝັກ​ຮັບເລືອກ​ຕັ້ງ ​ແລະ ປະຈຸ​ບັນ​ທ່ານ​ພວມ​ຕັ້ງໜ້າ​ປະຕິບັດ​ຜ່ານ​ການ​ເກັ້ຍກອມ​ຂອງບັນດາ​ປະ​ເທດ NATO ​ແລະ ການ​ຢ້ຽມຢາມ​ເຖິງ​ອາກາ​ນິດ​ສຖານ ​ຢ່າງ​ກະທັນ​ເຫັນໃນທ້າຍ​ເດືອນ 5 ທີ່​ຜ່ານ​ມາ. ການ​ບຸກ​ໂຈມ​ຕີ​ແນ​ໃສ່​ທະຫານ​ຟລັ່ງຢູ່​ອາບ​ກາ​ນິດ​ສຖານ​ ໃນ​ວັນ​ທີ 9/6 ​ເຊິ່ງ​ເຮັດ​ໃຫ້​ທະຫານ 4 ຄົນ ​ແລະ ນັກແປ​ພາສາ​ 1 ຄົນເສຍ​ຊີວິດ ​ແລະ ອີກ 5 ຄົນ​ຖືກ​ບາດ​ເຈັບ ​ເຮັດ​ໃຫ້​ທ່ານ​ປະທານາທິບໍດີ​ຟລັ່ງຄົນ​ໃໝ່ຕ້ອງ​ຍູ້​ແຮງ​ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ, ຖ້າ​ຫາກ​ບໍ່​ຍາກ​ເຮັດ​ໃຫ້​ປະຊາຊົນ​ເສຍ​ຫວັງ. ກ່ຽວ​ກັບບັນຫາ​ອາບ​ກາ​ນິສຖານ, ທ່ານ Hollande ​ໃຫ້​ຮູ້​ວ່າ.

        “ ຂ້າພະ​ເຈົ້າ​ຮັບຮູ້​ການ​ເສຍ​ສະຫຼະຊີວິດ ​ແລະ ຈິດໃຈ​ກ້າຫານຂອງ​​ທະຫານ​​ເຫຼົ່າ​ນັ້ນ.  ພິທີ​ໄຫວ້​ອາ​ໄລລະ​ດັບ​ຊາດ​ຈະ​ໄດ້​ດຳ​ເນີນ​ໄປ​ເພື່ອ​ອາ​ໄລ​ຫາ​ເຂົາ​ເຈົ້າ. ​ເຮືອ​ບິ່ນລຳ​ໜຶ່ງ​ຖືກ​ສົ່ງ​ໄປ​ເພື່ອ​ນຳ​ຄົນ​ເຈັບ​ກັບ​ເມືອ​ປະ​ເທດ​​ໂດຍ​ໄວ. ​ແຕ່​ນີ້​ຮອດ​ເວລາ​ຖອນ​ທະຫານ​ກັບ​ເມື​ອປະ​ເທດ, ພວກ​ເຮົາ​ຕ້ອງ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ​ເພື່ອ​ທະຫານ​​ເຮັດສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ ​ແຕ່​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຊີວິດ​ໃຫ້​ແກ່​ທະຫານ, ຂ້າພະ​ເຈົ້າ​ພວມ​ປະຕິບັດ​ຄຳ​ໝັ້ນ​ສັນຍາ ​ແລະ ຂ້າພະ​ເຈົ້າ​ຈະຮັບປະກັນການປະຕິບັດດັ່ງກ່າວ ”.

ຂ່າວ/ບົດ​ອື່ນ