ປະທານາທິບໍດີຟິລິບປີນ ຮຽກຮ້ອງໃຫ້ກຳລັງຝ່າຍຄ້ານເຂົ້າຮ່ວມການຕ້ານ IS

(VOVWORLD) -ໃນບົດກ່າວປາໄສວັນທີ 28 ພຶດສະພາ, ທ່ານປະທານາທິບໍດີຟິລິບປີນ Rodrigo Duterte ໃຫ້ຮູ້ວ່າ, ຫົວໜ້າຄົນໜຶ່ງໃນບັນດາກຸ່ມແຍກຕົວອອກໄດ້ສະເໜີແນວຄວາມຄິດກ່ຽວກັບເລື່ອງທະຫານລັດຖະບານ ແລະ ບັນດາກຳລັງກະບົດຮ່ວມເດີນທາງໃນບັ້ນຮົບຕ້ານການກໍ່ການຮ້າຍ.

ປະທານາທິບໍດີຟິລິບປີນ ຮຽກຮ້ອງໃຫ້ກຳລັງຝ່າຍຄ້ານເຂົ້າຮ່ວມການຕ້ານ IS - ảnh 1ທ່ານປະທານາທິບໍດີຟິລິບປີນ Rodrigo Duterte

(ພາບປະກອບ: THX/TTXVN)

ພ້ອມກັນນັ້ນ, ທ່ານ Duterte ກໍ່ຮຽກຮ້ອງໃຫ້ກຳລັງອິດສະລາມແຍກຕົວອອກ ແລະ ຝ່າຍຄ້ານຢູ່ປະເທດນີ້ ເຂົ້າຮ່ວມການຕໍ່ສູ້ຂອງລັດຖະບານເພື່ອຕ້ານຄືນບັນດາມືປືນກໍ່ການຮ້າຍ. ທ່ານກໍ່ຍົກອອກຂໍ້ສະເໜີສະໜອງຄ່າໃຊ້ຈ່າຍ ແລະ ໜູນຊ່ວຍທີ່ຢູ່ອ່ໄສໃຫ້ບັນດາເປົ້າໝາຍທີ່ຂຶ້ນກັບບັນດາກຳລັງຕ້ານຄືນລັດຖະບານຟິລິບປີນ ແຕ່ດົນນານມາແລ້ວ ຖ້າຫາກເຂົາເຈົ້າເຂົ້າຮ່ວມການຕໍ່ສູ້ເພື່ອແນໃສ່ຕີສັດຕູໂຕດຽວ ນັ້ນແມ່ນກກຸ່ມພວກກະບົດອິດສະລາມຫົວຮຸນແຮງ Maute - ກຳລັງຖະແຫຼງຈົ່ງຮັກພັກດີກັບອົງການ IS. 

ຕອບກັບ

ຂ່າວ/ບົດ​ອື່ນ