ປະທານາທິບໍດີຟີລິບປິນຖະແຫຼງບໍ່ປະລະບັນດາສິດສຳລັບເກາະScarborough

ປະທານາທິບໍດີຟີລິບປິນຖະແຫຼງບໍ່ປະລະບັນດາສິດສຳລັບເກາະScarborough - ảnh 1
​ເກາະ Scarborogh ຢູ່​ທະ​ເລ​ຕາ​ເວັນ​ອອກ
(ພາບ: Philstar.com)

(vovworld) –  ວັນ​ທີ 2/6, ທ່ານ Rodrigo Duterte, ​ປະທານາທິບໍດີ ຟີ​ລິບ​ປິນ ຖະ​ແຫຼ​ງວ່າ​ຈະ​ບໍ່​ປະລະ​ສິດ​ຕ່າງໆ​ຂອງ​ປ​ະ​ເທດ​ນີ້​ສຳລັບ​ເກາະ Scarborogh ຢູ່​ທະ​ເລ​ຕາ​ເວັນ​ອອກເຊິ່ງ ຈີນ​ໄດ້​ຢືດຄອງ​ຂອງ ຟີ​ລິບ​ປິນ ​ເມື່ອ​ປີ 2012. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ການ​ຕ້ອນຮັບ​​ ​ເອກ​ອັກຄະ​ລັດຖະທູດ ຈີນ ປະຈຳ ຟີ​ລິບ​ປິນ, ທ່ານ Duterte ​ໄດ້​ຊີ້​ແຈ້ງວ່າ: “ພວກ​ຂ້າພະ​ເຈົ້າ​ຈະ​ບໍ່​ປະລະ​ສິດ​ຂອງ​ຕົນ​ສຳລັບ​ເກາະ Scarborogh ຢ່າງ​ເດັດຂາດ”. ທ່ານ​ຢັ້ງຢືນ​ນີ້​ບໍ​່​ແມ່ນ​ບັນຫາ​​ຂັດ​ແຍ້​ງຜືນ​ແຜ່ນ​ດິນ ຫາກ​ແມ່ນ​ເລື່ອງ ຈີນ ກີດຂວາງ ຟີ​ລິບ​ປິນ ປະຕິບັດ​ບັນດາ​ສິດ​ທີ່​​ໄດ້​ຮັບຮອງ​​ໃນ​ສົນທິສັນຍາ​ກົດໝາຍ​ທະ​ເລ​ຂອງ ສປຊ (UNCLOS) ປີ 1982 ສຳລັບ​ບ​ເຂດ​ເສດຖະກິ​ດພິ​ເສດ ກ້ວາງ 200 ​ໄມ​ທະ​ເລ. ເກາະ Scarborogh ນອນ​ຫ່າງ​ຈາກ​ເກາະ Luzon ຂອງ ຟີ​ລິບ​ປິນ 230 ກມ ​ແລະ ຫ່າງ​ຈາກ​ເກາະ ​ໄຮ​ໜານ ຂອງ ຈີນ 1.200 ກມ. ທ່ານ Duterte ກໍ່​ໃຫ້​ຮູ້​ວ່າ: ບໍ່​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກາ​ນຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ ກັບ​​ເອກ​ອັກຄະ​ລັດຖະທູດ ຈີນ ຍ້ອນ ຟີ​ລິບ​ປີນ ພວມ​ລໍຄອຍ​ຄຳ​ຕັດສິນ​ຂອງ​ສານ​ກຳມະການ​ປະ​ຈຳ (PCA) ຢູ່ ລາ​ໄຮ (ປະ​ເທດ ​ໂຮ​ນລັງ) ກ່ຽວ​ກັບ​ກໍລະ​ນີ Manila ຮ້ອງ​ຟ້ອງ ປັກ​ກິ່ງ ກ່ຽວຂ້ອງ​ເຖິງ​ບັນດາ​ຖະ​ແຫຼ​ງການ​ອະທິປະ​ໄຕ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ