ປະທານາທິບໍດິຟິລິບປີນຮຽກຮ້ອງເຈລະຈາກັບກຸ່ມພວກກະບົດຢູ່ Marawi

(VOVWORLD) -ວັນທີ 26 ພຶດສະພາ, ທ່ານປະທານາທິບໍດີຟິລິບປີນ Rodrigo Duterte ໄດ້ຮຽກຮ້ອງເຈລະຈາກັບກຸ່ມພວກກະບົດອິດສະລາມຫົວຮຸນແຮງ ພວມປະທະກັນກັບກຳລັງກອງທັບຢູ່ນະຄອນ Marawi ຢູ່ເກາະ Mindanao, ທາງພາກໃຕ້ຂອງປະເທດນີ້
ປະທານາທິບໍດິຟິລິບປີນຮຽກຮ້ອງເຈລະຈາກັບກຸ່ມພວກກະບົດຢູ່ Marawi - ảnh 1 (ພາບ: Rappler)

ຢຸດຕິບັນດາການກະທຳເປັນປໍລະປັກ ແລະ ດຳເນີນການເຈລະຈາກັບລັດຖະບານ, ຜ່ານນັ້ນແກ້ໄຂສະພາບການເກີດການໃຊ້ຄວາມຮຸນແຮງຢູ່ເຂດນີ້ເຊິ່ງຖືກເກີດຂຶ້ນໃນໄລຍະຜ່ານມາ. ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວ, ທ່ານປະທານາທິບໍດີ Duterte ຖືວ່າ, ເລື່ອງມີໜ້າຂອງພົນລະເມືອງຕ່າງປະເທດ ໃນກຸ່ມພວກກະບົດອິດສະລາມ ພວມຕັ້ງທັບຢູ່ນະຄອນ Marawi ແມ່ນສິ່ງພິສຸດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບເລື່ອງມີການເຂົ້າຮ່ວມຂອງອົງການອິດສະລາມ (IS) ອ້າງຊື່ເອງ ຢູ່ເຂດດັ່ງກ່າວ. ທ່ານ Duterte ກໍໃຫ້ຮູ້ວ່າ, ພ້ອມແລ້ວທີ່ຈະເຈລະຈາກັບບັນດາມືປືນກະບົດ ແຕ່ກໍ່ຢືນຢັນວ່າ ຖ້າຫາກສະພາບປະທະກັນບໍ່ຢຸດຕິ, ກອງທັບຟີລິບປິນ ຈະສືບຕໍ່ບັນດາບັ້ນບຸກໂຈມຕີ ແລະ ກວາດລ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ