ປະທານາທິບໍດີຢູແກຼນປະກາດສືບຕໍ່ບັ້ນຮົບການທະຫານ

ປະທານາທິບໍດີຢູແກຼນປະກາດສືບຕໍ່ບັ້ນຮົບການທະຫານ - ảnh 1
(ພາບປະກອບຈາກ Telegraph)

(vovworld) – ພາຍຫຼັງ​​ອອກ​ຄຳ​ສັ່ງ​ຢຸດ​ຍິງ​ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ເຈລະຈາ​ສັນຕິພາບ​ກັບ​ທະຫານ​ກະບົດ​ໝົດ​ຜົນ​ສັດ​ສິດພຽງ 2 – 3 ຊົ່ວ​ໂມງ​ເທົ່າ​ນັ້ນ, ທ່ານ​ປະທານາທິບໍດີ ຢູ​ແກຼນ Petro Poroshenko ຖະ​ແຫຼ​ງຈະສືບ​ຕໍ່​ບັ້ນ​ຮົບ​ການທະຫານ​ຕ້ານ​ກຳລັງ​ຢາກ​ແຍກ​ຕົວ​ໃນ​ວັນ​ທີ 1/7. ​ໃນ​ຖະ​ແຫຼ​ງການ​​ໃນ​ແວ​ບ​ໄຊ​ຂອງ​ສຳນັກງານ​ປະທາ​ນາ​ທິບໍດີ, ທ່ານ Poroshenko ຊີ້​ແຈ້ງວ່າ: “ດ້ວຍ​ຖານະ​ເປັນ​ຜູ້​ບັນຊາ​ການ​ໃຫຍ່​ບັນດາ​ກຳລັງ​ປະກອບ​ອາວຸດ, ພາຍຫຼັງ​ໄດ້​ຕີ​ລາຄາ​ສະພາບ​ການ, ຂ້າພະ​ເຈົ້າ​ຕົກລົງ​ບໍ່​ຕໍ່​ກຳນົດ​ເວລາ​ໃຫ້​ຄຳ​ສັ່ງ​ຢຸດ​ຍິງ​​ແຕ່ຝ່າຍ​ດຽວອີກ. ພວກ​ເຮົາ​ຈະ​ບຸກ​ໂຈມ​ຕີ ​ແລະ ປົດ​ປ່ອຍ​ຜືນ​ແຜ່ນດິນ​ຂອງ​ຕົນ. ຂໍ້​ຕົກລົງ​ບໍ່​ສືບ​ຕໍ່​ຢຸດ​ຍິງ​ແມ່ນ​ຄຳ​ຕອບ​ຂອງ​ພວກ​ເຮົາ​ທີ່​ມີ​ຕໍ່​ພວກ​ກໍ່​ການ​ຮ້າຍ, ທະຫານ​ກະບົດ ​ແລະ ພວກ​ປຸ້ນ”.

    ກ່ອນ​ໜ້າ​ນັ້ນ, ວັນ​ທີ 30/6, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ຮຽກຮ້ອງ​ຕໍ່​ກຳນົດ​ເວລາ​ໃຫ້​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຢູ​ແກຼນ. ຖະ​ແຫຼ​ງການ​ຂອງ​ວັງ Kremlin ຍົກ​ອອກ​ມາ​ພາຍຫຼັງ​ທ່ານ Putin ດຳ​ເນີນ​ການ​ເຈລະຈາ 4 ຝ່າຍ​ໂດຍ​ກົງ​ກັບ​ທ່ານນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Merkel, ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande ​ແລະ ທ່ານ​ປະທານາທິບໍດີ ຢູ​ແກຼນ Petro Poroshenko.

 


ຂ່າວ/ບົດ​ອື່ນ