ປະທານາທິບໍດີຢູແກຼນແຕ່ງຕັ້ງສະມາຊິກສະພາສູງອາເມລິກາ John McCain ເປັນທີ່ປຶກສາ

ປະທານາທິບໍດີຢູແກຼນແຕ່ງຕັ້ງສະມາຊິກສະພາສູງອາເມລິກາ John McCain ເປັນທີ່ປຶກສາ - ảnh 1
ທ່ານປະທານາທິບໍດີ Petro Poroshenko
(ພາບປະກອບ: huffingtonpost.com)


​(vovworld) – ວັນ​ທີ 14/05, ອຳນາດ​ການ​ປົກຄອງ​ຢູ​ແກຼນ ​ໄດ້​ແຈ້ງວ່າ, ທ່ານປະທານາທິບໍດີ Petro Poroshenko ​ໄດ້​ແຕ່ງ​ຕັ້ງທ່າ​ນສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ John McCain ​​ເປັນ​ທີ່​ປຶກສາ. ຕາມ​ລັດຖະດຳ​ລັດ ​ໂດຍ​ອຳນາດ​ການ​ປົກຄອງ​ຢູ​ແກຼນ ປະກາດ, ຖ​້າຫາກ​ທ່ານສະມາຊິກ​ສະພາ​ສູງ John McCain ​ເຫັນ​ດີ, ຜູ້​ທີ່​ເຄີຍ​ກະຕຸກ​ຊຸກຍູ້​ວໍ​ຊິງ​ເຕັນ ອຸປະຖຳ​ອາວຸດ​ໃຫ້ Kiev ຜູ້​ນີ້ ຈະ​ກາຍ​ເປັນ​ສະມາຊິກ​ສະພາ​ທີ່​ປຶກສາ​ຢູ​ແກຼນ, ພ້ອມ​ກັບ​ທ່ານ​ອະດີ​ດນາຍົກລັດຖະມົນຕີຊູ​ແອດ Carl Bidt, ຜູ້​ທີ່​ເຄີຍ​ຕຳ​ນິຕິ​ຕຽນ​ປະທານາທິບໍດີ​ລັດ​ເຊຍ Vladimir Putin. ຢູ​ແກຼນ ພວມສ້າງ​ຕັ້ງ​ສະພາ​ທີ່​ປຶກສາ​ສາກົນ ກ່ຽວ​ກັບ​ການ​ປະຕິ​ຮູບ ຊ່ວຍ​ປະ​ເທດ​ນີ້​ດຳ​ເນີນ​ການ​ປະຕິ​ຮູບ ​ແລະ ດຶງ​ດູດ​ການ​ສະໜັບສະໜູນ​ຂອງ​ໂລກ. ສະພາ​ດັ່ງກ່າວ​​ໂດຍ​ທ່ານ​ອະດີດ​ປະທານາທິບໍ​ດີ Grudia ນິຍົມ​ຝ່າຍ​ຕາ​ເວັນ​ຕົກ Mikhail Saakashvili ນຳ​ໜ້າ ​ແລະ ຈະ​ລວມທັງ​ສະມາຊິກລັດຖະ​ສະພາ​ເອີ​ລົບ Almar Brok ​ແລະ ນັກທຸລະກິດ Anders Aslund.

ຂ່າວ/ບົດ​ອື່ນ