ປະທານາທິບໍດີລັດເຊຍ V.Putin ຍົກອອກມາດຕະການແກ້ໄຂຢູ່ Nagorno-Karabakh

(VOVWORLD) -ຕາມທ່ານປະທານາທິບໍດີ Vladimir Putin ແລ້ວ, ມາດຕະການແກ້ໄຂຢ່າງຍາວນານໃຫ້ແກ່ການປະທະກັນຢູ່ Nagorno-Karabakh ແມ່ນຊອກຫາຄວາມດຸ່ນດ່ຽງດ້ານຜົນປະໂຫຍດລະຫວ່າງ ອາແຊັກໄບຊານ ແລະ ອາກເມນີ.

ປະທານາທິບໍດີລັດເຊຍ V.Putin ຍົກອອກມາດຕະການແກ້ໄຂຢູ່ Nagorno-Karabakh - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບ: Interfax)

ວັນທີ 29 ຕຸລາ, ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະຂອງເວທີປາໄສການລົງທຶນ “ປະເທດລັດເຊຍ ຮຽກຮ້ອງ!”, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຍົກອອກມາດຕະການແກ້ໄຂໃຫ້ແກ່ການປະທະກັນຢູ່ Nagorno-Karabakh, ນັ້ນແມ່ນມອບສົ່ງ 7 ເຂດທີ່ຖືກ ອາກເມນີ ຢຶດຄອງໃຫ້ ອາແຊັກໄບຊານ.

        ຕາມທ່ານປະທານາທິບໍດີ Vladimir Putin ແລ້ວ, ມາດຕະການແກ້ໄຂຢ່າງຍາວນານໃຫ້ແກ່ການປະທະກັນຢູ່ Nagorno-Karabakh ແມ່ນຊອກຫາຄວາມດຸ່ນດ່ຽງດ້ານຜົນປະໂຫຍດລະຫວ່າງ ອາແຊັກໄບຊານ ແລະ ອາກເມນີ. ການນຳລັດເຊຍ ໃຫ້ຮູ້ວ່າ, ການປະທະກັນຕ້ອງໄດ້ຮັບການແກ້ໄຂດ້ວຍວິທີເຊິ່ງປະຊາຊົນເຫັນວ່າມີຄວາມປອດໄພ, ແຕ່ກໍ່ຕ້ອງສ້າງເງື່ອນໄຂໃຫ້ແກ່ການພັດທະນາຢູ່ບັນດາເຂດແດນດິນຢ່າງມີປະສິດທິຜົນ.

        ໃນວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມນັດສາມັນ, ໂຄສົກກະຊວງການຕ່າງປະເທດລັດເຊຍ Maria Zakharova ຖະແຫຼງວ່າ, ລັດເຊຍ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການຢູ່ເຂດເກີດການປະທະກັນ Nagorno-Karabakh, ເຊິ່ງແມ່ນແຫ່ງຍັງສືບຕໍ່ເກີດການປະທະກັນດ້ານການທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ