ປະທານາທິບໍດີລັດເຊຍ ບໍ່ເຂົ້າຮ່ວມກອງປະຊຸມ ສຸດຍອດ G-8

ປະທານາທິບໍດີລັດເຊຍ ບໍ່ເຂົ້າຮ່ວມກອງປະຊຸມ ສຸດຍອດ G-8  - ảnh 1
ວັງ Kremlin
(ພາບ:travel.vnqconline.com)

( vovworld ) – ​ໃນ​​ແຈ້ງ​ການ​ອອກ​ເມື່ອ​ວັນ​ທີ 10/5, ວັງ Kremlin ​ໃຫ້​ຮູ້​ວ່າ, ທ່ານ​​ປະທານາທິບໍ​ດີ​ລັດ​ເຊຍ ​ຄົນ​ໃໝ່ Vladimir Putin ຈະ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ (G-8) ຊື່​ງຈະ​ຖື​ກຈັດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 18-19/5 ທີ່​ຈະ​ມາ​ເຖິງ, ຍ້ອນ​ວ່າ ທ່ານ​ຢາກ​ສະຫງວນ​ເວລາ​ເພື່ອ​ສ້າງຕັ້ງລັດຖະບານ​ໃໝ່. ​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້​ແທນ​ໃຫ້​ທ່ານ Putin ຈະ​ແມ່ນ​ນາຍົກລັດຖະມົນຕີຜູ້ທີ່​ຫາ​ກໍ່​ໄດ້​ຮັບ​ການ​ແຕ່ງຕັ້ງ Dmitry Medvevdev. ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ​ແຈ້ງ​ການ​ຂອງ​ວັງ Kremlin ສະ​ແດງ​ໃຫ້​ເຫັນ​ຄວາມ​ບໍ່​ຈະ​ແຈ້ງ​ໃນ​ສາຍ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-ລັດ​ເຊຍ ​ໃນ​ສະ​ໄໝ​​ປະທານາທິບໍ​ດີ​ ຂອງທ່ານ Putin. ​ໃນ​ບົດກ່າວ​ຄຳ​ເຫັນ​ຫວ່າງ​ແລ້ວ​ນິ້, ການ​ນຳ​ລັດ​ເຊຍ ​ໄດ້​ເນັ້ນໜັກ​ວ່າ ການ​ທ້າ​ທາຍ​ທີ່​ໃຫ່ຍຫຼວງ​ທີ່​ສຸດ ຕໍ່​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ​ລັດ​ເຊຍ ນັ້ນ​ແມ່ນ​ເລື່ອງ ອາ​ເມ​ລິ​ກາ ​ແລະ ​ອົງການ​ນາ​ໂຕ ມີ​ເຈດ​ຕະນາ​ພິດ​ຈາລະ​ນາ​​ລະບຽບ​ການ​ໂລກປະຈຸ​ບັນຄືນ​ໃໝ່ ຕາມ​ທິດ​ຮັບ​ໃຊ້​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ຕາ​ເວັນ​ຕົກ,  ​ແລະ ຢັ້ງຢືນ​ວ່າ ລັດ​ເຊຍ​ ບໍ່​ຮັບ​ຮູ້ບັນດາ​ກົນອຸບາຍ​ນີ້.

 

 

ຂ່າວ/ບົດ​ອື່ນ