ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ປຶກ​ສາ​ຫາ​ລື​ກ່ຽວ​ກັບ ຢູ​ແກຼນ ແລະ ບັນ​ດາ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ

(VOVWORLD) -ປະທານາທິບໍດີລັດເຊຍ  Vladimir Putin  ໄດ້ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີອັງກິດ Boris Johnson ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ຢູແກຼນ ແລະ ບັນຫາການຮັບປະກັນຄວາມໝັ້ນຄົງຂອງລັດເຊຍ.
 
ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ  ປຶກ​ສາ​ຫາ​ລື​ກ່ຽວ​ກັບ ຢູ​ແກຼນ ແລະ ບັນ​ດາ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ - ảnh 1

ປະທານາທິບໍດີລັດເຊຍ  Vladimir Putin (ພາບ:rianovosti)

ໃນວັນທີ 4 ກຸມພາ, ຕາມແຈ້ງການຂອງວັງ Kremlin, ປະທານາທິບໍດີລັດເຊຍ  Vladimir Putin  ໄດ້ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີອັງກິດ Boris Johnson. ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ ຢູແກຼນ ແລະ ບັນຫາການຮັບປະກັນຄວາມໝັ້ນຄົງຂອງລັດເຊຍ.

ພິເສດ, ໃນການໂອ້ລົມ, ປະທານາທິບໍດີລັດເຊຍ  Vladimir Putin ໃສ່ໃຈວ່າ, ນາໂຕ ບໍ່ກຽມພ້ອມຕອບສະໜອງຄວາມວິຕົກກັງວົນທີ່ມີຂໍ້ອ້າງອີງຂອງລັດເຊຍ. ດັ່ງທີ່ກ່າວມາໃນແຈ້ງການ, ຈຸດຕົ້ນຕໍແມ່ນສຳພັນທະມິດ ພວມປົກປິດຂໍ້ສະເໜີກ່ຽວກັບອັນທີ່ເອີ້ນວ່າ ນະໂຍບາຍ “ເປີດປະຕູ” ຂອງລັດເຊຍ, ໂດຍຂັດແຍ້ງກັບຫຼັກການພື້ນຖານກ່ຽວກັບລັກສະນະບໍ່ຕັດແຍກຂອງຄວາມໝັ້ນຄົງ. ປະທານາທິບໍດີລັດເຊຍ  Vladimir Putin ໄດ້ຍົກອອກວິທີແກ້ໄຂພື້ນຖານໃຫ້ແກ່ບັນຫານີ້. ທ່ານຍັງໄດ້ດຶງດູດຄວາມສົນໃຈຕໍ່ເລື່ອງ Kiev ທຳລາຍບັນດາຂໍ້ຕົກລົງ Minsk.

ຕອບກັບ

ຂ່າວ/ບົດ​ອື່ນ