ປະທານາທິບໍດີລັດເຊຍ ຢາກປັບປຸງການພົວພັນ ກັບອາເມລິກາ

ປະທານາທິບໍດີລັດເຊຍ ຢາກປັບປຸງການພົວພັນ ກັບອາເມລິກາ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 04/07, ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ຝາກ​ໂທລະ​ເລກ​ອ່ວຍ​ພອນ​ຜູ້​ຮ່ວມ​ຕຳ​ແໜ່​ງອາ​ເມ​ລິ​ກາ Barack Obama ​ເນື່ອງ​ໃນ​ໂອກາດ​ວັນ​ສະຖາປະນາ​ອາ​ເມ​ລິ​ກາ 04/07. ຕາມ​​ແຈ້ງ​ການ​ຂອງ​ວັງ Kremlin ​ແລ້ວ, ​ໃນໂທລະ​ເລກອ່ວຍ​ພອນ, ທ່ານ​ປະທານາທິບໍດີ Putin ຫວັງ​ວ່າ ການ​ພົວພັນ​ປະຫວັດສາດ​ມາ​ແຕ່​ດົນ​ນານ​ລະຫວ່າ​ງລັດ​​ເຊຍ ​ແລະ ອາ​ເມ​ລິ​ກາ ຈະປະສົບ​ຜົນສຳ​ເລັດ​ບົນ​ພື້ນຖານ​ຕົວ​ຈິງ ​ແລະ ຄວາມຍຸຕິ​ທຳ ​ເຖິງ​ວ່າ 2 ປະ​ເທດ​ຍັງ​ມີ​ສິ່ງ​ກີດຂວາງ ​ແລະ ຄວາມ​ບໍ່​ລົງ​ລອຍກັນຫຼາຍ​ຢ່າງ​ກໍ່ຕາມ. ທ່ານ​ປະທານາທິບໍດີ Putin  ​ໃຫ້​ຮູ້​ວ່າ ​ໃນ​ຖານະ​ແມ່ນ 2 ປະ​ເທດ​ມະຫາ​ອຳນາດ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ມີໜ້າ​ທີ່​ພິ​ເສດ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ປອດ​ໄພ​ສາກົນ, ກໍ່​ຄື​ຄວນ​ຮ່ວມ​ມື​ບໍ່​ພຽງ​ແຕ່​ອີງ​ໃສ່​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ​ເທ​ົ່ານັ້ນ ຫາກ​ຍັງ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ທົ່ວ​ໂລກ​ອີກ​ດ້ວຍ. ນອກຈາກ​ນັ້ນ, ທ່ານ​ປະທານາທິບໍດີ Putin  ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສ້າງ​ການ​ພົວພັນ 2 ຝ່າຍ ​ໂດຍ​ອີງ​ໃສ່ຄວາມ​ເຄົາລົບ ​ແລະ ​ຜົນ​ປະ​ໂຫຍດຂອງ 2 ປະ​ເທດ.
ຂ່າວ/ບົດ​ອື່ນ