ປະທານາທິບໍດີລັດເຊຍV.Putinຕຳນິຕິຕຽນການກະທຳ“ຂະຫຍາຍອານາເຂດ”ຂອງNATO

ປະທານາທິບໍດີລັດເຊຍV.Putinຕຳນິຕິຕຽນການກະທຳ“ຂະຫຍາຍອານາເຂດ”ຂອງNATO - ảnh 1
ທ່ານປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin
(ພາບ​ປະ​ກອບ: AFP)

(vovworld) - ​​​ໃນ​ບົດ​ກ່າວ​ປາ​ໄສ​ໃນ​ວັນ​ທີ 22/06, ທ່ານປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ໄດ້​ຕຳ​ນິ​ຕິ​ຕຽນ​ການ​ກະ​ທຳ “​ຂະ​ຫຍາຍອາ​ນາ​ເຂດ” ໄປ​ຍັງ​ເຂດ​ທີ່​ຕິດ​ກັບ​ເຂດ​ຊາຍ​ແດນ​ ລັດ​ເຊຍ ຂອງ​ອົງ​ການ NATO, ຖື​ວ່າ, NATO ພວມ​ມີ​ບັນ​ດາ​ບາດ​ກ້າວ​ໄປ​​ຍັງເຂດ​ຊາຍ​ແດນ​​ຕິດ​ກັບລັດ​ເຊຍ. ໃນ​ສະ​ພາບ​ການ​ດັ່ງ​ກ່າວ, ບັງ​ຄັບ​ໃຫ້ ລັດ​ເຊຍ ​ຕ້ອງ​ມີ​ບັນ​ດາ​ການ​ກະ​ທຳ​ເພື່ອ​ແນ​ໃສ່​ເພີ່ມ​ຄວາມ​ສາ​ມາດ​ປ້ອງ​ກັນ​ຂອງ​ຕົນ. ຜູ້​ນຳ​ໜ້າ​ລັດ​ເຊຍ ກໍ່​ກ່າວ​​ຫາ​ຝ່າຍ​ຕາ​ເວັນ​ຕົກ ທີ່​ໄດ້​ປະ​ຕິ​ເສດ​ບັນ​ດາ​ຄຳ​ສະ​ເໜີ​ຈາກ​ຝ່າຍ ມົດ​ສະ​ກູ ທີ່​ຊ່ວຍ​ຕ້ານ​ຄື​ນ “ສັດ​ຕູ” ຮ່ວມ​ໃນ​ປະ​ຈຸ​ບັນນັ້ນແມ່ນ “ລັດ​ທິກ​ໍ​ການ​ຮ້າຍ” ພາຍ​ຫຼັງ​​ທີ່ຝ່າຍ​ຕາ​ເວັ​ນ​ຕົກ ພວມ​ຊອກ​ຫາ​ວິ​ທີ​ເພື່ອເຮັດ​ໃຫ້​ມົດ​ສະ​ກູ ຕົກ​ຢູ່​ໂດດ​ດ່ຽວ ຍ້ອນ​ກ່ຽວ​ຂ້ອງ​ເຖິງວິ​ກິດ​ການ ຢ​ູ​ແກຼນ.

ຂ່າວ/ບົດ​ອື່ນ