ປະທານາທິບໍດີລັດເຊຍກ່າວປະນາມການກໍຄວາມຂາດສະຖຽນລະພາບຢູ່Taijikistan

ປະທານາທິບໍດີລັດເຊຍກ່າວປະນາມການກໍຄວາມຂາດສະຖຽນລະພາບຢູ່Taijikistan - ảnh 1
ທ່ານ​ປະທານາທິບໍດີ​ລັດ​ເຊ​ຍ Vladimir Putin
(ພາບປະກອບ)


(vovworld) – ວັນ​ທີ 06/09, ທ່ານ​ປະທານາທິບໍດີ​ລັດ​ເຊ​ຍ Vladimir Putin ​ໄດ້​ມີ​ການ​ໂອ​້ລົມ​ທາງ​ໂທລະສັບ​ກັບ​ຄູ່​ຕຳ​ແໜ່​ງ Taijikistan, Emomali Rakhmon ​ແລະ ​ເອີ້ນການ​ບຸກ​ໂຈມ​ຕີ​ກໍ​ການ​ຮ້າຍ​ຫວ່າງ​ແລ້ວ​ນີ້​ຢູ່ Taijikistan ​ແມ່ນ​ກົນ​ອຸບາຍ​ກໍ​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່​ປະ​ເທດ​ນີ້. ພ້ອມ​ນັ້ນ, ທ່ານ Vladimir Putin ​ໄດ້​ສະ​ແດງ​ການ​ສະໜັບສະໜູນ​ວົງ​ການ​ການ​ນຳ Taijikistan. ການ​ນຳ 2 ທ່ານ ກໍ​ເຫັນ​ດີ​ດຳ​ເນີນ​ການ​ພົບ​ປະ​ສະ​ເພາະ ທີ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການ​ສັນຍາ​ປ້ອງ​ກັນ​ຄວາມ​ສະຫງົບ​ລວມໝູ່ ຢູ່ Dushanbe ​ໃນ​ວັນ​ທີ 15/09 ຈະ​ມາ​ເຖິງ. ມີ​ຕຳ​ຫຼວດ 30 ຄົນ​ເສ​ຍຊີວິດ ​ແລະ ຜູ້​ບຸກ​ໂຈມ​ຕີ 9 ຄົນ​ຖືກ​ດັບ​ສູນ ​ໃນ​ບັນດາ​ການ​ບຸ​ກ​ໂຈມ​ຕີ​ກໍໍ່ການ​ຮ້າຍ​ຢູ່​ຊານ​ນະຄອນ Dushanbe ​​ແລະ ​ເທດສະບານ Vahdat. ທ່ານ Emomali Rakhmon ​ໃຫ້​ຮູ້​ວ່າ, ການ​ບຸ​ກ​ໂຈມ​ຕີ​ຕຳຫຼວດ​ດັ່ງກ່າວ ​ໂດຍ​ແມ່ນ​​ກຸ່ມ​ສະໜັບສະໜູນ​ລັດ​ອິດສລາມ IS ຂະໜານ​ນາມ​ເອງ ປະຕິບັດ ​ເພື່ອ​ມ້າງ​ເພລາຍ​ອຳນາດ​ການ​ປົກຄອງ Taijikistan.

ຂ່າວ/ບົດ​ອື່ນ