ປະທານາທິບໍດີລັດເຊຍກ່າວຫາຢູແກຼນມີກົນອຸບາຍບຸກໂຈມຕີປະກອບອາວຸດCrimea

ປະທານາທິບໍດີລັດເຊຍກ່າວຫາຢູແກຼນມີກົນອຸບາຍບຸກໂຈມຕີປະກອບອາວຸດCrimea - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​
(ພາບ:
AP)

(vovworld) – ​ ວັນ​ທີ 10/8, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ອອກ​ຄຳ​​ກ່າວ​ຫາ ຢູ​ແກຼນ ພວມ “​ເລືອກ​ເຟັ້ນການ​ກໍ່​ກາ​ນຮ້າຍ​ແທນ​ທີ​ສັນຕິພາບ” ​ແລະ ກີ​ແອບ ພວມ “ມີ​ການ​ກະທຳ​ອັນຕະລາຍ​ທີ່​ສຸດ”, ພາຍຫຼັງ​ທີ່​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ສະຫະພັນ​ລັດ​ເຊຍ (FSB) ປະກາດ​ໄດ້​ມ້າ​ງທຳລາຍ​ບັນດາ​ກົນອຸບາຍ​ບຸກ​ໂຈມ​ຕີ​ປະກອບ​ອາວຸດ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ຂອງ ກີ​ແອບ ​ແນ​ໃສ່ Crimea. ລະອຽດ​ຄື, ທ່ານ​ປະທານາທິບໍດີ ລັດ​ເຊຍ ​ໃຫ້​ຮູ້​ວ່າ: ຖະ​ແຫຼ​ງຂ່າວ​ຈາກ FSB ​ໄດ້​ສະ​ແດງ​ໃຫ້​​ເຫັນວ່າ​ ບັນ​ດາ​ເຈົ້າ​ໜ​້າທີ ຢູ​ແກຼນ ພວມ​ມານະ​ພະຍາຍາມ​ກະຕຸກ​ຊຸ​ກຍູ້​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ການ​ປະ​ທະ​ກັນ​ຢູ່ Crimea, ສິ່ງດັ່ງກ່າວ “ກໍ່ຄວາມ​ວິຕົກ​ວັງ​ວົນ​ທີ່​ສຸດ”. ດັ່ງ​ນັ້ນ, ທ່ານ Putin ຖື​ວ່າ ບໍ່​ມີ​ສາຍ​ເຫດ​ໃດ​ເພື່ອ​ດຳ​ເນີນ​ການ​ເຈລະຈາ​ກັບ ກີ​​ແອບ ກ່ຽວ​ກັບ​ວິວັດທະນາ​ການ​ສັນຕິພາບ​ຢູ່ພາກ​ຕາ​ເວັນອອກ ຢູ​ແກຼນ. ນອກຈາກ​ນັ້ນ, ທ່ານ Putin ຢັ້ງຢືນ​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບປອດ​ໄພ​ໃຫ​້​ແກ່​ພື້ນຖານ​ໂຄງ​ລ່າງ, ປະຊາຊົນ ລັດ​ເຊຍ ​ແລະ ຈະ​ຜັນ​ຂະຫຍາຍ​ຫຼາຍ​ມາດ​ຕະການ​ຮັບປະກັນ​ຄວາມ​ສະຫງົບ​ເພີ່ມ​ເຕີມ.


ຂ່າວ/ບົດ​ອື່ນ