ປະທານາທິບໍດີລັດເຊຍຍົກອອກເງື່ອນໄຂເພື່ອແກ້ໄຂສະພາບການຢູແກຼນ

(VOVWORLD) -ການນຳລັດເຊຍ ກໍ່ຮຽກຮ້ອງໃຫ້ຝ່າຍຕາເວັນຕົກ ຈົ່ງຢຸດຕິສະໜອງອາວຸດປະເພດທັນສະໄໝໃຫ້ແກ່ອຳນາດການປົກຄອງ Kiev ໃນປະຈຸບັນ.
ປະທານາທິບໍດີລັດເຊຍຍົກອອກເງື່ອນໄຂເພື່ອແກ້ໄຂສະພາບການຢູແກຼນ - ảnh 1ທ່ານປະທານາທິບໍດີລັດເຊຍ Vladimir Putin
(ພາບ: Reuters)

ໃນບົດກ່າວປາໄສໃນວັນທີ 22 ກຸມພາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ຖືວ່າ, ສະພາບການປິ່ນອ້ອມບັນຫາ ຢູແກຼນ ອາດຈະໄດ້ຮັບການແກ້ໄຂເມື່ອບັນດາປະເທດປະຊາທິປະໄຕຮັບຮອງຂໍ້ຕົກລົງໂຮມພົນລະເມືອງໃນແຫຼມ ກຣືມ ເຂົ້າກັບ ລັດເຊຍ; ພ້ອມທັງ, ຢູແກຼນ ສະໝັກໃຈປະຕິເສດການເຂົ້າເປັນສະມາຊິກອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ NATO.

ການນຳລັດເຊຍ ກໍ່ຮຽກຮ້ອງໃຫ້ຝ່າຍຕາເວັນຕົກ ຈົ່ງຢຸດຕິສະໜອງອາວຸດປະເພດທັນສະໄໝໃຫ້ແກ່ອຳນາດການປົກຄອງ Kiev ໃນປະຈຸບັນ. ຕາມທ່ານແລ້ວ, ຈຸດສຳຄັນທີ່ສຸດແມ່ນໃນປະຈຸບັນ ຢູແກຼນ ຕ້ອງຢຸດຕິການຫັນເປັນການທະຫານໃນລະດັບໃດໜຶ່ງ ແລະ ມົດສະກູ ບໍ່ອາດອະນຸຍາດໃຫ້ Kiev ກັບຄືນສູ່ສະພາບນິວເຄຼຍຄືດັ່ງອຳນາດການປົກຄອງ ຢູແກຼນ ຖະແຫຼຼງ.

ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ, ມົດສະກູ ຈະສະໜອງໃຫ້ Donetsk ແລະ Luhansk “ການໜູນຊ່ວຍທີ່ເໝາະສົມ, ລວມທັງດ້ານການທະຫານ”, ມີມາດຕາຄືແນວນັ້ນໃນບັນດາຂໍ້ຕົກລົງທີ່ລົງນາມກັບປະເທດສາທາລະນະນີ້ແມ່ນຍ້ອນສະພາແຫ່ງຊາດ ລັດເຊຍ ໄດ້ໃຫ້ສັດຕະຍາບັນ .

ໃນເຫດການທີ່ກ່ຽວຂ້ອງ, ກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ, ຈະຍົກຍ້າຍພາລະກອນບັນດາອົງການຜູ້ຕາງໜ້້າປະຈຳຕ່າງປະເທດຂອງ ລັດເຊຍ ຢູ່ ຢູແກຼນ ໂດຍໄວ, ເລື່ອງດັ່ງກ່າວຈະໄດ້ປະຕິບັດໃນເວລາໃກ້ໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ