ປະທານາທິບໍດີລັດເຊຍຍ້ອງຍໍຜົນງານຕ້ານກໍ່ການຮ້າຍຂອງອົງການປ້ອງກັນຄວາມສະຫງົບສະຫະພັນ

ປະທານາທິບໍດີລັດເຊຍຍ້ອງຍໍຜົນງານຕ້ານກໍ່ການຮ້າຍຂອງອົງການປ້ອງກັນຄວາມສະຫງົບສະຫະພັນ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin
(ພາບ​ປະ​ກອບ)

(vovworld) - ວັນ​ທີ 19/12, ທີ່​ການ​ພົບ​ປະ​ຢູ່​ວັງ Kremlin, ເນື່ອງ​ໃນ​ໂອ​ກາດ​ວັນ​ມູນ​ເຊື້ອ​ຂອງ​ຂະ​ແໜງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລັດ​ເຊ​ຍ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ຊີ້​ແຈ້ງວ່າ, ໃນ​ປີ 2015, ຍ້ອນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ພາ​ລະ​ກອນ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ມ​ີກວ່າ 30 ກົນ​ອຸ​ບາຍກໍ່​ການ​ຮ້າຍ​ໄດ​້​ຖື​ສະ​ກັດ​ກັ້ນ. ອົງ​ການ​ຕ້າ​ນ​ນັກ​ສື​ບ​​ສອດ​ແນມຂອງ​ລັດ​ເຊຍ ໄດ້​ຄົ້​ນ​ພົບ​ນັກ​ສືບ​ສອດ​ແນມ​ຊາວຕ່າງ​ປະ​ເທດກວ່າ 320 ຄົນ​ໃນ​ປີ 2015. ທ່ານປະ​ທາ​ນາ​ທິ​ບໍ​ດີ​ Vladimir Putin ເນັ້ນ​ໜັກ​ວ່າ ສະ​ພາບ​ໂລກ​ພວມ​ມີ​ການ​ຜັນ​ແປ​ຢ່າງ​​ສັບ​ສົນ, ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ພ​າກ​ສ່ວນກໍ່​ການ​ຮ້າຍ​ໄດ້​ນາບ​ຂູ່​ລັດ​ເຊຍ ໂດຍ​ກົງ. ໃນ​ຂະ​ນະ​ນັ້ນ, ມີ​ຫຼາຍ​ປະ​ເທດ​ພວມ​ຊອກ​ຫາ​ວິ​ທີ​ເພີ່ມ​ບັນ​ດາ​ການ​ເຄື່ອນ​ໄຫວ​​ສອດ​ແນມ​ຕ້ານ​ລັດ​ເຊຍ ​ອັນໄດ້​ວາງ​ອອກ​​ຄວາມ​ຮ​ຽກ​ຮ້ອງ​ຕ້​ອງ​ການ ແລະ ໜ​້າ​ທີ່​ຮັບ​ຜິດ​ຊອບ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ອົງ​ການປ້ອງ​ກັນ​ຄວາມ​ສະ​ຫງົບ​ສະ​ຫະ​ພັນ​. ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ທ່ານ Vladimir Putin ກໍ​ເຕື້ອງ​ເຖິງ​ບາງ​ບັນ​ຫາ​ຮ້ອນ​ເຮັ່ງ​ຂອງ​ສາ​ກົນ, ໃນ​ນັ້ນ​ມີ​ການ​ປະ​ທະ​ກັນ​ຢູ່​ຊີ​ຣີ, ທ່ານ Vladimir Putin ຢືນ​ຢັນ​ວ່າ, ບັນ​ດາ​ກຳ​ລັງ​ທະ​ຫານ​ຂອງ​ລັດ​ເຊຍ ໄດ້​ສົມ​ທົບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ນຳ​ໃຊ້​ບັນ​ດາ​ພາ​ຫະ​ນະ​ທີ່​ທັນ​ສະ​ໄໝ​ໃນ​ບັ້ນ​ການ​ທະ​ຫານ​ຢູ່​ຊີ​ຣີ, ແຕ່ນີ້ບໍ່​ແມ່ນ​ກຳ​ລັງ​ຄວາມ​ສາ​ມາດທັງ​ໝົດ​​ຂອງກອງ​ທັບ​ລັດ​ເຊຍ. ທ່ານ​ໃຫ້​ຮູ້​ວ່າ, ຖ້າ​ຈຳ​ເປັນ, ມົດ​ສະ​ກູ ອາດ​ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ພາ​ຫະ​ນະການ​ທະ​ຫານ​ຕື່ມ​ອີກ ແລະ ສະ​​ໜອງ​ບັນ​ດາ​ແຫຼ່ງ​ທຶນ​ເພີ່ມ​ຕື່ມ​ເພື່ອ​ປັບ​ປຸງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດ້ານ​ການ​ທະ​ຫານ​ຢູ່​ຊີ​ຣີ.

ຂ່າວ/ບົດ​ອື່ນ