ປະທານາທິບໍດີລັດເຊຍຢືນຢັນວ່າ ວັກຊິນ Sputnik V ແມ່ນປອດໄພ ແລະ ມີປະສິດທິຜົນ

(VOVWORLD) -ວັກຊິນ Sputnik V ແມ່ນວັກຊິນສະກັດກັ້ນໂລກລະບາດໂຄວິດ-19 ຊະນິດທຳອິດໃນໂລກ, ໂດຍສູນ Gamaley ພັດທະນາ.

ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຢືນຢັນວ່າ, ວັກຊິນ Sputnik V ປ້ອງກັນໂຄວິດ-19, ໂດຍປະເທດນີ້ຜະລິດ ແລະ ໄດ້ອະນຸຍາດນຳໃຊ້ໃນຕົ້ນເດືອນສິງຫາ ນີ້ແມ່ນມີຄວາມປອດໄພ ແລະ ມີປະສິດທິຜົນ. ເມື່ອຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບ Sossia 24 TV ໃນວັນທີ 27 ສິງຫາ, ທ່ານປະທານາທິບໍດີ Vladimir Putin ຊີ້ແຈ້ງວ່າ, ວັກຊິນ ປ້ອງກັນໂຄວິດ-19 ຊະນິດທຳອິດໃນໂລກ ໄດ້ຮັບອະນຸຍາດຖືກຕ້ອງຕາມບັນດາຂໍ້ກຳນົດທີ່ເຄັ່ງຄັດຂອງລັດເຊຍ ກໍ່ຄືເໝາະສົມກັບທຳນຽມ ແລະ ບັນດາຂໍ້ກຳນົດຂອງສາກົນ.

        ວັກຊິນ Sputnik V ແມ່ນວັກຊິນສະກັດກັ້ນໂລກລະບາດໂຄວິດ-19 ຊະນິດທຳອິດໃນໂລກ, ໂດຍສູນ Gamaley ພັດທະນາ. ວັກຊິນນີ້ໄດ້ຈົດທະບຽນນຳໃຊ້ໃນວັນທີ 11 ສິງຫາ ພາຍຫຼັງການຄົ້ນຄວ້າເບື້ອງຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ