ປະທານາທິບໍດີລັດເຊຍອອກຄຳສັ່ງໂຕ້ຕອບການລົງໂທດຂອງຝ່າຍຕາເວັນຕົກ


(vovworld) - ວັນ​ທີ 5/8, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ຮຽກຮ້ອງ​ໃຫ້​ລັດຖະບານ​ສ້າງ​ບັນດາ​ມາດ​ຕະການ​ໂຕ້​ຕອບ​ຄຳ​ສັ່ງ​ລົງ​ໂທ​ດ​ຂອງ ຝ່າ​ຍຕາ​ເວັນ​ຕົກ​ໂດຍ​​ໄວ. ທ່ານ​ປະທານາທິບໍດີ Putin ຖະ​ແຫຼ​ງວ່າ, ທ່ານ​​ໄດ້ຍົກ​ອອກ​ຄຳ​ສັ່ງ​ນີ້ ​ແລະ ການ​ໂຕ້​ຕອບ​ສຳລັບ​ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງຝ່າຍ​ຕາ​ເວັນ​ຕົກ​ຄວນ​ລະມັດລະວັງ​ເພື່ອ “ໜູນຫຼັງ​ບັນດາ​ຜູ້​ຜະລິດ​ພາຍ​ໃນ​ປະ​ເທດ, ​ແຕ່​ບໍ່​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ”. ການ​ນຳ ລັດ​ເຊຍ ຖື​ວ່າ​ເລື່ອງ ອາ​ເມ​ເລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ນຳ​ໃຊ້​ບັນດາ​ເຄື່ອງມື​ດ້ານການ​ເມືອງ​ເພື່ອ​ກໍ່​ຄວາມ​ດັນ​ເຖິງ​ເສດຖະກິດ ລັດ​ເຊຍ ​ແມ່ນ​ບໍ່​ສາມາດ​ຮັບ​ຮູ້​ໄດ້​ຍ້ອນ​ວ່າ​ມັນ​ໄປ​ຝືນ​ກັບ​ທຸກໆ​ຂໍ້​ກຳນົດ ​ແລະ ຫຼັກການ​ສາກົນ. ທ່ານ​ກໍ່​ໃຫ້​ຮູ້​ວ່າ: ລັດຖະບານ ລັດ​ເຊຍ ​ໄດ້​ສະ​ເໜີ​ບັນດາ​ມາດ​ຕະການ​ໂຕ້​ຕອບ​ສຳລັບ​ອັນ​ທີ່​ເອີ້ນ​ວ່າ “ຄຳ​ສັ່ງ​ລົງ​ໂທດ” ຂອງ​ບາງ​ປະ​ເທດ. ຕາມ​ທ່ານ​ປະທານາທິບໍດີ ລັດ​ເຊຍ ​ແລ້ວ​, ຜູ້​ຜະລິດ​ຢູ່​ປະ​ເທດ​ຕ່າງໆ​ຄວນ​ມີ​ສະພາບ​ແວດ​ລ້ອມ​ແກ້ງ​ແຍ້​ງສະ​ເໝີ​ພາບ, ສິ່ງ​ດັ່ງກ່າວ​ທັງ​ຮັບ​ໃຊ້​ໃຫ້​ຜົນ​ປະ​ໂຫຍ​ດ​ດ້ານຄວາມ​ສະຫງົບ​ແຫ່ງ​ຊາດ​ກໍ່​ຄື​ບັນດາ​ຂໍ້​ກຳນົດ​ຂອງ​ອົງການ​ການ​ຄ້າ​ໂລກ (WTO).


ຂ່າວ/ບົດ​ອື່ນ