ປະທານາທິບໍດີລັດເຊຍ,ອາເມລິກາປຶກສາຫາລືກ່ຽວກັບຊີຣີ,ຢູແກຼນ

ປະທານາທິບໍດີລັດເຊຍ,ອາເມລິກາປຶກສາຫາລືກ່ຽວກັບຊີຣີ,ຢູແກຼນ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: Reuters)

(vovworld) - ວັນ​ທີ 20/11 ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ມີ​ການ​ພົບ​ປະ​ແລກປ່ຽນ​ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ 24 ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) ຢູ່​ນະຄອນຫລວງ Lima ປະ​ເທດ ​ເປຣູ. ທ່ານ​ປະທານາທິບໍດີ Barack Obama ກະຕຸກ​ຊຸກຍູ້​ທ່ານ​ປະທານາທິບໍດີ​ Vladimir Putin ຮັກສາ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ ລັດ​ເຊຍ ຕາມ​ຂໍ້​ຕົກ​ລົງ Minsk, ພ້ອມ​ທັງ ຍົກ​​ອອກ​ຄຳ​ໝັ້ນ​ສັນຍາ​ຂອງ ອາ​ເມ​ລິ​ກາ ​ແລະ ບັນ​ດາ​ຄູູ່ຮ່ວມ​ມື​ສຳລັບອະທິປະ​ໄຕ​ຂອງ ຢູ​ແກຼນ. ທ່ານ​ປະທານາທິບໍດີ Barack Obama ກໍ່​ສະ​ແດງ​ຄວາມ​ຫວັງວ່າ ຈະ ບັນລຸ​ໄດ້ມາດ​ຕະການ​ໃຫ້​ວິ​ກິດ​ການ ຢູ​ແກຼນ ກ່ອນ​ທີ່​ທ່ານ Barack Obamaຈະ​ພົ້ນຈາກ​ຕຳ​ແໜ່​ງ​ໃນ​ເດືອນ 1 ປີ 2017.

        ​ໃນ​ຂະນະ​ນັ້ນ, ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ ພາຍຫລັງ​ກອງ​ປະຊຸມ APEC ທ່ານ​ປະທານາ​ທິບໍດີ ລັດ​ເຊຍ Vladimir Putin ​ໃຫ້​ຮູ້​ວ່າ: ​ໃນ​ການ​ພົບ​ປະ​ແລກປ່ຽນ, 2 ຝ່າຍ​​ໄດ້ສະ​ແດງ​ຄວາມ​ເຄົາ​ລົບ​ເຊິ່ງກັນ ​ແລະ ກັນ ​ແລະ ​ເຄົາລົບ​ຫຼັກ​ໝັ້ນ​ຂອງ​ກັນ, ​ເຖິງ​ວ່າການ​ເຈລະຈາ​ລະຫວ່າງ 2 ຝ່າຍ​ດຳ​ເນີນ​ໄປ​ຢ່າງ​ບໍ່​ງາຍ​ດາຍກໍ່ຕາມ.

ຂ່າວ/ບົດ​ອື່ນ