ປະທານາທິບໍດີລັດເຊຍຮຽກຮ້ອງປະຊາຄົມສາກົນຮ່ວມມືແກ້ໄຂບັນຫາລວມ

ປະທານາທິບໍດີລັດເຊຍຮຽກຮ້ອງປະຊາຄົມສາກົນຮ່ວມມືແກ້ໄຂບັນຫາລວມ - ảnh 1
ທ່ານ​ປະທາ​ນາ​ທິບໍດີ​ລັດ​ເຊຍ Vladimir Putin
(ພາບປະກອບ)

(vovworld) – ວັນ​ທີ 22/10, ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື “ສະ​ໂມ​ສອນ Valdai”, ​ເຊິ່ງດຳ​ເນີນ​ໄປ​ຢູ່​ນະຄອນ Sochi, ສະຫະພັນ​ລັດ​ເຊຍ. ທ່ານ​ປະທາ​ນາ​ທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ຮຽກຮ້ອງ​​ໃຫ້​ປະຊາ​ຄົມ​ສາກົນ​ຮ່ວມ​ມື ​ເພື່ອ​ແກ​້​ໄຂ​ບັນດາ​ບັນຫາ​ລວມ, ສ້າງ​ເປັນ​ລະບົບໜຶ່ງຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຮັບ​ມື​ກັບ​ບັນດາ​ໄພ​ອັນ​ຕະລາຍເພື່ອ​ຜົນ​ປະ​ໂຫຍ​ດຂອງ​ທຸກ​ຝ່າຍ​. ຕາມ​ການ​ນຳ​ລັດ​ເຊ​ຍ ​ແລ້ວ, ບັນດາ​ການ​ຜັນ​​ແປ​ຢູ່​ຊີຣີ ​ເວົ້າ​ສະ​ເພາະ ​ແລະ ​ເຂດ​ຕາດ​ວັນ​ອອກ​ກາງ ​ໃນ​ປະຈຸ​ບັນ​ເວົ້າ​ລວມ ​ໄດ້​ຮຽກຮ້ອ​ງ​ໃຫ້​ປະຊາ​ຄົມສາກົນ ຕ້ອງມີ​ການ​ຄັດ​ເລືອກ​ຢ່າງ​ຖືກຕ້ອງ ​ເພື່ອ​ສັນ​ຕິ​ພາບ, ການຮ່ວມ​ມື, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເຄົາລົບ​​ເຊິ່ງກັນ ​ແລະ ກັນ. ທ່ານ Putin ​ຖື​ວ່າ, ກາລະ​ໂອກາດ​ເພື່ອ​ໃຫ​້ທຸກ​ຝ່າຍ​ພ້ອມ​ກັນ​ຮ່ວມ​ມືແກ້​ໄຂ​ບັນດາ​ບັນຫາ​ລວມ ​ແລະ ຮັບ​ມື​ກັບ​ໄພຕ່າງໆ ທີ່​ຈະ​​ເກີດ​ຂຶ້ນ​ພາຍຫຼັງ​ສົງຄາມ​ເຢັນສິ້ນ​ສຸດ, ​ແຕ່​ວ່າ​ຍັງບໍ່​ໄດ້ຮັບ​ການ​ນຳ​ໃຊ້.  ທ່ານ Putin ​​ເນັ້ນ​ໜັກ​ເຖິງສິ່ງ​ສຳຄັນ​ໃນ​ປະຈຸ​ບັນ​ແມ່ນ ຕ້ອງ​ຖອດຖອນ​ບັນດາ​ບົດ​ຮຽນຈາກ​ອະ​ດີດຕະການ ​ເພື່ອ​ກ້າວ​​ຂຶ້ນ.
ຂ່າວ/ບົດ​ອື່ນ