ປະທານາທິບໍດີລັດເຊຍຮຽກຮ້ອງປະຊາຄົມໂລກສົມທົບກັນຕ້ານການກໍ່ການຮ້າຍ

ປະທານາທິບໍດີລັດເຊຍຮຽກຮ້ອງປະຊາຄົມໂລກສົມທົບກັນຕ້ານການກໍ່ການຮ້າຍ - ảnh 1
​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ V.Putin


(vovworld)-  ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ V.Putin ໄດ້​ຮຽກ​ຮ້ອງ​ປະ​ຊາ​ຄົມ​ໂລກ ສົມ​ທົບ​ກັນ​ຕໍ່​ສູ້​ຕ້ານ​ການກໍ່​ການ​ຮ້າຍ. ທ່ານ Putin ຍົກ​ອອກ​ຖະ​ແຫລງ​ການ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ສຸດຍອດ ອົງ​ການ​ສົນ​ທິ​ສັນ​ຍາ​ການ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ລ​ວມ​ໝູ່ (CSTO) ດຳ​ເນີນ​ໃນ​ວັນ​ທີ 15/9 ຢູ່ Tajikistan ຊື່ງ​ແມ່ນ​ປະ​ເທດ​ພວມ​ເປັນ​ປະ​ທານ​ໝູນ​ວຽນ​ຂອງ​ອົງ​ການນີ້. ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໃຫ້​ຮູ້​ວ່າ: IS ໄດ້​ສົ່ງ​ຜົນ​ກະ​ທົບ​ເຖິງ​ແນວ​ຄິດ ແລະ ອົບ​ຮົມ​ການ​ຕໍ່​ສູ້​ໃຫ້​ບັນ​ດາ​ເປົ້າ​ໝາຍ​ຂອງ​ຫລາຍ​ປະ​ເທດ ລວມ​ມີ ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ ເອີ​ລົບ ຊື່ງ​ເຄີຍ​ຖະ​ແຫລງ​ແຜນ​ການ​ເປີດກວ້າງ​ການ​ເຄື່ອນ​ໄຫວ​ໄປ​ຍັງ ລັດ​ເຊຍ ແລະ ເອີ​ລົບ, ພາກ​ກາງ ແລະ ພາ​ຕ​າ​ເວັນ​ອອກ, ພາກ​ໃຕ້​ຂອງ​ອາ​ຊີ.  ທ່ານ Putin ມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ບັນ​ດາ​ພວກ​ຫົວ​ຮຸນ​ແຮງນັ້ນ ຈະ​ກັບ​ຄືນ​ປະ​ເທດ ເພື່ອ​ດຳ​ເນີນ​ກາ​ນ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ. ສະ​ນັ້ນ ເພື່ອ​ຕ້ານ​ຄືນ​ການ​ນາບ​ຂູ່​ດັ່ງ​ກ່າວ, ຕາມ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລ້ວ, ປະ​ຊາ​ຄົມ​ສ​ການ ມີຄວນ​​ມາ​ນະ​ພະ​ຍາ​ຍາມ    ​ລວ​ມ.

ຂ່າວ/ບົດ​ອື່ນ