ປະທານາທິບໍດິລັດເຊຍເຈລະຈາກັບລັດຖະມົນການຕ່າງປະເທດອາເມລິກາກ່ຽວກັບວິວັດທະນາການສັນຕິພາບຢູ່ຊີຣີ

ປະທານາທິບໍດິລັດເຊຍເຈລະຈາກັບລັດຖະມົນການຕ່າງປະເທດອາເມລິກາກ່ຽວກັບວິວັດທະນາການສັນຕິພາບຢູ່ຊີຣີ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ແລະ
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ
(ພາບ​ປະ​ກອບ: anninhthudo)


(vovworld) - ​ວັນ​ທີ 15/12, ​ຢູ່​ວັງ Kremlin, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ແລະ ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບັນ​ດ​າ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແນ​ໃສ່​ຢຸດ​ຕິ​ສົງ​ຄາມກ​ານ​ເມືອງຢູ່​ຊີ​ຣີ. ເມື່ອແລກ​ປ່ຽນ​ກັບ​ທ່ານລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry, ທ່ານປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ຢືນ​ຢັນ​ວ່າ, 2 ຝ່າຍ “ຈະ​ພ້ອມ​ກັນ​ຮີບ​ເຮັ່ງ​ຊອກ​ຫາ​ທາງ​ອອກ​ໃຫ້​ວິ​ກິດ​ການ​” ​ເຊິ່ງພວມ​ເກີດ​ຂຶ້ນ​ຢູ່​ຊີ​ຣີ ກໍ​ຄື​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ໃນ​ປະ​ຈຸ​ບັນ​ລະ​ຫວ່າງ​ລັດ​ເຊຍ ແລະ ອາ​ເມ​ລິ​ກາ. ຕາມ​ແຈ​້ງ​ການທີ່​ຍົກ​ອອກ​ມາ​ພາຍ​ຫຼັງ​ກອງ​ປະ​ຊຸມ, ລັດ​ເຊຍ ແລະ ອາ​ເມ​ລິ​ກາ​ ໄດ້​ເຫັນ​ດີ​​ດຳ​ເນີນ​ການ​ເຈ​ລະ​ຈາ​ສາ​ກົນ​ຮອບ​ໃໝ່ ກ່ຽວ​ກັບ​ວິ​ກິດ​ການ​ຢູ່​ຊີ​ຣີ, ເຊິ່ງ​ຈະດຳ​ເນີນ​ຢູ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ ໃນ​ວັນ​ທີ 18/12.

ຂ່າວ/ບົດ​ອື່ນ