ປະທານາທິບໍດີລັດເຊຍເນັ້ນໜັກເຖິງຄວາມຈຳເປັນສ້າງການພົວພັນຮ່ວມມືສາກົນ

(VOVWORLD) -ໃນການສົນທະນາໂດຍກົງທາງເຄືອຄ່າຍອີນເຕີແນັດກັບປະຊາຊົນລັດເຊຍ, ນອກຈາກບັນດາບັນຫາຢູ່ພາຍໃນປະເທດແລ້ວ, ທ່ານປະທານາທິບໍດີລັດເຊຍ Vladimir Putin ກໍ່ໄດ້ຕອບບັນດາຄຳຖາມກ່ຽວກັບບັນຫາພົວພັນກັບຕ່າງປະເທດ.

ປະທານາທິບໍດີລັດເຊຍເນັ້ນໜັກເຖິງຄວາມຈຳເປັນສ້າງການພົວພັນຮ່ວມມືສາກົນ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບ: AFP/TTXVN)

ທ່ານປະທານາທິບໍດີ Putin ຖືວ່າ, ບັນດາຄຳກ່າວຫາຂອງຝ່າຍຕາເວັນຕົກສຳລັບລັດເຊຍ ເພື່ອແນໃສ່ຈັດວາງບັນດາມາດຕະການລົງໂທດ ດ້ວຍຈຸດປະສົງລະງັບການພັດທະນາຂອງລັດເຊຍ, ຍ້ອນບັນດາກຳລັງຝ່າຍຕາເວັນຕົກ ຖືວ່າ ລັດເຊຍ ແມ່ນຄູ່ແຂ່ງ. ທ່ານ Putin ເນັ້ນໜັກວ່າ “ນີ້ແມ່ນນະໂຍບາຍທີ່ຜິດພາດ”, ພ້ອມທັງຊີ້ແຈ້ງວ່າ “ບໍ່ຈຳເປັນຕ້ອງຈຳກັດຜູ້ໃດ, ນັບທັງລັດເຊຍ, ຫາກຄວນສ້າງການພົວພັນຄູ່ຮ່ວມມື”.

      ກ່ຽວກັບສະພາບຢູແກຼນ, ທ່ານ Putin ໄດ້ຮຽກຮ້ອງໃຫ້ Kiev ປະຕິບັດຂໍ້ຕົກລົງ Minsk ແລະ ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມຕໍ່ການເລືອກຕັ້ງຢູ່ຢູແກຼນ.

      ກໍ່ທີ່ການສົນທະນາໂດຍກົງຜ່ານອິນເຕີແນັດກັບປະຊາຊົນລັດເຊຍ, ວັນທີ 07 ມິຖຸນາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ກໍ່ໄດ້ເຕື້ອງເຖິງບັນຫາຂອງນັກສືບລາຊະການລັບຊາວລັດເຊຍ ແລະ ລູກສາວຖືກວາງຢາພິດ; ຖະແຫຼງກ່ຽວກັບບັ້ນຮົບຢູ່ຊີຣີ; ບັນຫາອາເມລິກາ ຈັດວາງອັດຕາພາສີສູງສຳລັບເຫຼັກກ້າ ແລະ ອາລູມີນຽມ ນຳເຂົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ