ປະທານາທິບໍດີລັດເຊຍແລະພະບໍລົມວົງສານຸວົງຊະອຸດີ ອາຣາເບຍປຶກສາຫາລືຫຼາຍບັນຫາສຳຄັນ

(VOVWORLD) -ວັນທີ 05 ຕຸລາ, ໃນຂອບເຂດການຢ້ຽມຢາມລັດເຊຍ, ພະບໍລົມວົງສານຸວົງຊະອຸດີ ອາຣາເບຍ Salman ພ້ອມກັບທ່ານປະທານາທິບໍດີລັດເຊຍ Putin ປຶກສາຫາລືບັນຫາສາກົນທີ່ສຳຄັນຫຼາຍຢ່າງ ຢູ່ວັງ Kremlin, ທີ່ນະຄອນຫຼວງມົດສະກູ, ປະເທດລັດເຊຍ.

ປະທານາທິບໍດີລັດເຊຍແລະພະບໍລົມວົງສານຸວົງຊະອຸດີ ອາຣາເບຍປຶກສາຫາລືຫຼາຍບັນຫາສຳຄັນ - ảnh 1 ພະບໍລົມວົງສານຸວົງຊະອຸດີ ອາຣາເບຍ Salman ແລະ ທ່ານປະທານາທິບໍດີລັດເຊຍ Putin

(ພາບ: SPA)

ກ່າວຄຳເຫັນທີ່ການເຈລະຈາກັບທ່ານປະທານາທິບໍດີລັດເຊຍ, ພະບໍລົມວົງສານຸວົງຊະອຸດີ ອາຣາເບຍ Salman ຖືວ່າ, ຕ້ອງຮັກສາຜືນແຜ່ນດິນອັບຄົບຖ້ວນຂອງອີຣັກ ໄວ້. ທ່ານກໍ່ເນັ້ນໜັກວ່າ, ຕ້ອງຊອກຫາມາດຕະການແກ້ໄຂທາງດ້ານການເມືອງໃຫ້ການປະທະກັນຢູ່ຊີຣີ, ເພື່ອແນໃສ່ຮັກສາຄວາມເປັນເອກະພາບຂອງປະເທດນີ້.

        ທີ່ການເຈລະຈາ, ພະບໍລົມວົງສານຸວົງຊະອຸດີ ອາຣາເບຍ Salman ກໍ່ຖືວ່າ, 2 ປະເທດມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງເພື່ອເປີດກວ້າງ ແລະ ຫັນການຮ່ວມມືດ້ານເສດຖະກິດເປັນຫຼາຍຮູບຫຼາຍແບບ, ກໍ່ຄືສ້າງພື້ນຖານເສດຖະກິດ - ການຄ້າ ແລະ ການລົງທຶນ. 2 ຝ່າຍສຸມໃສ່ເພີ່ມທະວີການພົວພັນເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ ກໍຄືແນໃສ່ພັດທະນາເສດຖະກິດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ