ປະທານາທິບໍດີລັດເຊຍແລະອີຣານໂອ້ລົມທາງໂທລະສັບປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ

ປະທານາທິບໍດີລັດເຊຍແລະອີຣານໂອ້ລົມທາງໂທລະສັບປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ - ảnh 1
ການນຳ ອີຣານ ແລະ ລັດເຊຍ
(ພາບປະກອບຈາກ Reuters/TTXVN)

(vovworld) –  ວັນ​ທີ 28/3, ທ່ານ Vladimir Putin, ປະທານາທິບໍດີ ລັດ​ເຊຍ ​ແລະ ຄູ່​ຕຳ​ແໜ່​ງ ອີຣານ Hassan Rouhani ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່ ຊີຣີ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ຂອງ​ກອງທັບ ຊີຣີ ຢູ່​ນະຄອນ Palmyra. ສຳນັກ​ຂ່າວສານ TASS ຂອງ​ລັດ​ເຊຍ ​ໄດ້​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ໃນ​ Twitter ຂອງ​ທ່ານ​ປະທານາທິບໍດີ ອີຣານ Rouhani ​ໂດຍ​ໃຫ້​ຮູ້​ວ່າ: ​ໃນການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ປະທານາທິບໍດີ ລັດ​ເຊຍ Putin, ການ​ນຳ ອີຣານ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງຢູ່ ຊີຣີ ​ແລະ ຊຸກຍູ້​ວິວັດທະນາ​ການ​ເຈລະຈາ​ໃນ​ປະຈຸ​ບັນ. ​ໃນ​ຂະນະ​ນັ້ນ, ວັງ Kremlin ປະກາດ​ວ່າ: ປະທານາທິບໍ​ດີ 2 ທ່ານ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ກອງທັບ ຊີຣີ  ຢູ່ພາຍ​ໃຕ້​ການຄຸ້ມ​ກັນຂອງ​ກອງທັບ​ອາກາດ ລັດ​ເຊຍ ​ໄດ້​ຍາດ​​ເອົາ​ສິດ​ຄວບ​ຄຸມ​ນະຄອນ Palmyra ຄືນຈາກ​ກຳມື​ຂອງກຸ່ມ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ, ຖື​ນີ້​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ເປັນ​ຂໍ້​ກຸນ​ແຈ ແລະ ​ແມ່ນ​ໄຊຊະນະ​ສຳຄັນ​ໃນ​ບັ້ນ​ຮົບ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢູ່ ຊີຣີ. ວັງ Kremlin ​ຍັງໃຫ້​ຮູ້​ຕື່ມ​ອີກວ່າ: ການ​ນຳ 2 ທ່ານ​ຍັງ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​ໃນ​ການ​ພົວພັນ 2 ຝ່າຍ​ລະຫວ່າງ ມົດ​ສະ​ກູ ​ແລະ ​ເຕ​ເຮຣານ, ​ເຫັນ​ດີ​​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ພົບ​ປະ​ໃນ​ຂັ້ນ​ຕ່າ​ງໆ.


ຂ່າວ/ບົດ​ອື່ນ