ປະທານາທິບໍດີລັດເຊຍໄດ້ຮັບການເລືອກຕັ້ງຄືນໃຫມ່ແມ່ນບຸກຄົນຜົນສະທ້ອນທີ່ສຸດໃນໂລກ

ປະທານາທິບໍດີລັດເຊຍໄດ້ຮັບການເລືອກຕັ້ງຄືນໃຫມ່ແມ່ນບຸກຄົນຜົນສະທ້ອນທີ່ສຸດໃນໂລກ - ảnh 1
ພາບ:sggp.org.vn

(vovworld)-​​​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V. Putin ສືບ​ຕໍ່​ແມ່ນ​ຜູ້​ນຳ​ຫນ້າ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ປະ​ຈຳ​ປີ ບັນ​​ຊີ​ລາຍ​ຊື່​ບັນ​ດາ​ບຸກ​ຄົນ​ມີ​ຜົນ​ສະ​ທ້ອນ​ທີ່​ສຸດ​ໃນ​ໂລກ ໂດຍ​ວາ​ລະ​ສານ Forbes ທີ່​ມີ​ຊື່​ສຽງຂອງ​ອາ​ເມ​ລິ​ກາ ປະ​ຕິ​ບັດ. ນີ້​ເປັນ​ຄັ້ງ​ທີ 2 ລຽນ​ຕິດ ຜູ້​ນຳ​ລັດ​ເຊຍ ຮັກ​ສາ​ອັນ​ດັບ 1 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ດັ່ງ​ກ່າວ. ວາ​ລະ​ສານ Forbes ໃຫ້​ຮູ້​ວ່າ: ບັນ​ດາ​ປັດ​ໄຈ​ຊ່ວຍ​ໃຫ້​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V. Putin ຮັກ​ສາ​ອັນ​ດັບ​ຫນຶ່ງ ນັ້​ນ​ແມ່ນ​ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ລັດ​ເຊຍ ກໍ​ຄື​ບົດ​ບາດ​ອັນ​ໃຫຍ່​ຫລວງ​ຂອງ​ປະ​ມຸກ​ລັດ​ລັດ​ເຊຍ ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ຢູ​ແກຼນ, ສ້າງ​ຕັ້ງ​ສຳ​ພັນ​ທະ​ມິດ​ພາ​ສີ. ຜູ້​ຢືນ​ອັນ​ດັບ 2 ໃນ​ຕາ​ຕະ​ລາງ ແມ່ນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama, ອັນ​ດັບ 3 ແມ່ນ ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ. ອັນ​ດັບ 4 ແລະ 5 ແມ່ນ ສັນ​ຕະ​ປາ​ປາ Francis ແລະ ທ່ານ​ນາ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merken.

ຂ່າວ/ບົດ​ອື່ນ