ປະທານາທິບໍດີລັດເຊຍໄດ້ເນັ້ນໜັກເຖິງການພົວພັນກັບອີຢູ,ອາເມລິກາ

ປະທານາທິບໍດີລັດເຊຍໄດ້ເນັ້ນໜັກເຖິງການພົວພັນກັບອີຢູ,ອາເມລິກາ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin
(ພາບ: EPA/TTXVN)

(vovworld) - ວັນ​ທີ 17/06, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ຖະ​ແຫຼງພ້ອມ​ແລ້ວ​ທີ່​ຈະ​ປົວ​ແປງ​ການ​ພົວ​ພັນ​ທີ່​ຖືກ​ແຕກແຫງ​ກັບ​ອີຢ​ູ ແຕ່​ເນັ້ນ​ໜັກ​ວ່າ ຝ່າຍ​ຕາ​ເວັນ​ຕົກ ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ສະ​ພາບ​ການ​ພົວ​ພັນ​ນີ້​ຖືກ​ຊົ່ວ​ຮ້າຍ​ລົງ. ກ່າ​ວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ​​ເສດ​ຖະ​ກິດສາ​ກົນ​ຄັ້ງ​ທີ 20 ພວມ​ດຳ​ເນີນ​ຢູ່​ນະ​ຄອນ​ຫຼວງ Saint Peterburg, ທ່ານປະ​ທາ​ນາ​ທິ​ບໍ​ດີ Putin ເນັ້ນ​ໜັກ​ວ່າ, ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ຍັງ​​ຄົງແມ​່ນ​ຄູ່​ຄ້າ​ຫຼັກ​ແຫຼ່ງ​ຂອງ​ລັດ​ເຊຍ, ແຕ່​ຍ້ອນ​ເລື່ອງ​ອີ​ຢູ ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ລັດ​ເຊ​ຍ ທີ່​ກ່ຽວ​ຂ​້ອງ​ເຖິງ​ບັນ​ຫາ​ຢູ​ແກຼນ ນັ້ນ ໄດ້​ພາ​ໄປ​ເຖິງຄວາມ “ແຕກ​ແຫງ” ໃນ​ການ​ພົວ​ພັນ 2 ຝ່າຍ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ຖະ​ແຫຼງວ່າ, ລັດ​ເຊຍ ຈະ​ຮ່ວມ​ມື​ກັບ​ບໍ່​ວ່າ​ຜູ້​ໃດ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​​​ໃນອາ​ຍຸ​ການ​ຕໍ່​ໄປຂອງ​ອາ​ເມ​ລິ​ກາ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມທ່ານກໍ່​ຊີ້​ແຈ້ງວ່າ, ມົດ​ສະ​ກູ ບ​ໍ່​ຢາກ​ໃຫ້ ວໍ​ຊິງ​ຕັນ ແຊກ​ແຊງ​ເຂົ້າ​ບັນ​ຫາ​ຕ່າງໆ​ຂອງ​ລັດ​ເຊຍ​ຢ່າງ​ລ້ຽນ​ຕິດ. ແລະ​ກໍໃນ​ບົດກ່າວ​ປາ​ໄສ​ດັ່ງ​ກ່າວ, ​ການ​ນຳ​ລັດ​ເຊຍ ໃຫ້​ຮູ້​ວ່າ, ທ່ານ​ໄດ້​ເຫັນ​ດີ​ກັບ​ບັນ​ດາ​ຂໍ້​ສະ​ເໜີ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​​ເຕົ້າ​ໂຮມ​ບາງກ​ຸ່ມ​ຝ່າຍ​ຄ້ານ​​ເຂົ້າລັດ​ຖະ​ບານ​ຊີ​ຣີ ໃນ​ປະ​ຈຸ​ບັນ​ ແລະ ເນັ້ນ​ໜັກ​ວ່າ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊີ​ຣີ Bashar al Assad ໄດ້​ເຫັນ​ດີ​ກ່ຽວ​ກັບຄວາມ​ຈຳ​ເປັນ​ຕ້ອ​ງ​​ສ້າງ​ວິ​ວັດ​​ທະ​ນາການ​ການ​ເມືອງ.

ຂ່າວ/ບົດ​ອື່ນ