ປະທານາທິບໍດີສ.Azerbaijanຕ້ອນຮັບເອກອັກຄະລັດຖະທູດຫວຽດນາມຍືນສານຕາຕັ້ງ

ປະທານາທິບໍດີສ.Azerbaijanຕ້ອນຮັບເອກອັກຄະລັດຖະທູດຫວຽດນາມຍືນສານຕາຕັ້ງ - ảnh 1
ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫງວຽນ​ແທ​ງ​ເຊີນ ແລະ ທ່ານ​ປະ​ທາ​
ນາ​ທິ​ບໍ​ດີ Ilham Aliyev

(vovworld) – ​​​ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ. ຫວຽດ​ນາມ ປະ​ຈຳ ສ. Azerbaijan ຫງວຽນ​ແທ​ງ​ເຊີນ ໄດ​້​ຍືນ​ສານ​ຕາ​ຕັ້ງ​ຕໍ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Ilham Aliyev. ວັນ​ທີ 19/4, ທີ່​ການ​ຕ້ອນ​ຮັບ​ພາຍຫຼັງ​ພິ​ທີ​ຍືນ​ສານ​ຕາ​ຕັ້ງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Ilham Aliyev ອວຍ​ພອນ​ໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ແທງ​ເຊີນ ປະ​ຕິ​ບັດ​​ໜ້າ​ທີ່​ການ​ທູ​ດ​ໃນ​ອາ​ຍຸ​ການ​ຂອງ​ຕົນປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຫງວຽນ​ແທງ​ເຊ​ີນ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ​ພວມ​ກະ​ກຽມ​ການ​ຢ້ຽມ​ຢາມ Azerbaijan ໃນ​ຕົ້ນ​ເດືອນ 5 ຈະ​ມາ​ເຖິງ ແລະ ສະ​ແດງ​ຄວາມ​ຫວັງ​ວ່າ​ການ​ຢ້ຽມ​ຢາມ​ຈະ​ສ້າງ​ກຳ​ລັງ​ໜູນ​ໃໝ່ ນຳ​ການ​ພົວ​ພັນ 2 ປະ​ເທ​ດ ໃຫ້​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ແທງ​ເຊີ​ນ ຖື​ວ່າ: 2 ຝ່າຍ​ຄວນ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ໃຫ້​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ​ກ່​ວາ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນ້ຳ​ມັນ​ອາຍ​ແກັດ, ​ການສຶກ​ສາ, ບຳ​ລຸງ​ສ້າງ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຂອ​ບ​ອົບ​ຂອບ​ໃຈ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແລະ ອຳ​ນາດ​ການ​ປົກ​ຄອງ Azerbaijan ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ປະ​ເທດນີ້ເຊື່ອມ​ໂຍງ, ດຳ​ລົງ​ຊີ​ວິດ​ຢ່າງ​ເປັນ​ປົກ​ກະ​ຕິ, ປະ​ກອບ​ສ່ວນ​ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້​ອ​ລະ​ຫວ່າງ 2 ປະ​ເທດ.

                     


ຂ່າວ/ບົດ​ອື່ນ