ປະທານາທິບໍດີສ.ອິດສະລາມອີຣານສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມຢ່າງດີງາມ

ປະທານາທິບໍດີສ.ອິດສະລາມອີຣານສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມຢ່າງດີງາມ - ảnh 1
ພິທີຕ້ອນຮັບທ່ານ ປະທານາທິບໍດີ ສ.ອິດສະ​ລາມ ອີຣານ Hassan Rouhani

(vovworld) - ວັນ​ທີ 07/10, ທ່ານ​ປະທານາທິບໍດີ ສ.ອິດສະ​ລາມ ອີຣານ Hassan Rouhani ​​ໄດ້ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 05 – 07/10/2016 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ.

        ທີ່​ບັນດາ​ການ​ພົບ​ປະ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ໂດຍ​ຜ່ານ​ລັດຖະບານ, ສະພາ​ແຫ່ງ​ຊາດ, ທ້ອງ​ຖິ່ນ, ປະຊາຊົນ, ວິ​ສາ​ຫະກິດ 2 ປະ​ເທດ; ​ເຫັນ​ດີ​ເປັນ​ເອກະ​ພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 9 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ອີຣານ ຢູ່ ອີຣານ ​ໂດຍ​ໄວ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ Hassan Rouhani; ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວການ​ທາ​ບ ທາມຄຳ​ເຫັນ​ເຊິ່ງກັນ ​ແລະ ກັນ​ໃນ​ຂອບ​ເຂດ​ບັນດາ​ເວທີ​ປາ​ໄສ​ໃນ​ພາກ​ພື້ນ ​ແລະ ສາກົນ. 2 ຝ່າຍ​ຢືນຢັນ​ວ່າ ພ້ອມ​ແລ້ວ​​ທີ່​ຈະເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ ​ແລະ ພ້ອມ​ກັນມານະ​ພະຍາຍາມ​ເພື່ອ​ຄວາມ​ກ້າວໜ້າ ​ແລະ ວັດທະນະ​ຖາວອນ​ຢູ່​ພາກ​ພື້ນ ອາຊີ ​ໃນ​ນັ້ນ​ມີ ອາ​ຊຽນ. 2 ຝ່າຍ​​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ ​ແລ​ະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ​້າງທຸກ​ເງື່ອ​ນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ ​ເພີ່ມ​ທະວີ​ສຳ​ພັດ​ຕະຫລາດ​ຂອງ​ກັນ ​ເພື່ອ​ແນ​ໃສ່​ບັນລຸ​ຄາດໝາຍ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​​ແມ່ນ 2 ຕື້ USD ​ໃນ​ໄລຍະ​ຈະ​ມາ​ເຖິງ​ໂດຍ​ໄວ. 2 ຝ່າຍ​ກໍ່​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ສຶກສາ​ຂັ້ນ​ມະ​ຫາ​ວິທະຍາ​ໄລ, ​ແລກປ່ຽນ​ຄູອາຈານ​ ​ແລະ ນັກ​ສຶກສາ, ການ​ທ່ອງ​ທ່ຽວ…ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ການ​ເຂົ້າ​ອອກ​​ເມືອງ​ຂອງ​ພົນ​ລະ​ເມືອງ 2 ປະ​ເທດ…

ຂ່າວ/ບົດ​ອື່ນ