ປະທານາທິບໍດີສ.ເກົາຫຼີ Moon Jae In ຢ້ຽມຢາມຫວຽດນາມ

(VOVWORLD) -ນີ້ແມ່ນການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງທຳອິດຂອງ ທ່ານ Moon Jae In ໃນຖານະຕຳແໜ່ງເປັນປະທານາທິບໍດີ

ປະທານາທິບໍດີສ.ເກົາຫຼີ Moon Jae In ຢ້ຽມຢາມຫວຽດນາມ - ảnh 1ທ່ານປະທານາທິບໍດີ ສ. ເກົາຫຼີ  Moon Jae In ພ້ອມດ້ວຍພັນລະຍາ ຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ

(ພາບ: BNGVN)

         ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ, ໃນວັນທີ 22 ມີນາ, ທ່ານປະທານາທິບໍດີ ສ. ເກົາຫຼີ  Moon Jae In ພ້ອມດ້ວຍພັນລະຍາໄດ້ມາເຖິງຫວຽດນາມເລີ່ມຕົ້ນ ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນເວລາ 03 ວັນ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງ ທ່ານ Moon Jae In ໃນຖານະຕຳແໜ່ງເປັນປະທານາທິບໍດີ. ການຢ້ຽມຢາມໄດ້ດຳເນີນໃນສະພາບທີ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ນັບມື້ນັບພັດທະນາຢ່າງຕັ້ງໜ້າ ດ້ວຍບັນດາການເຄື່ອນໄຫວພົບປະແລກປ່ຽນ, ພົບປະຂັ້ນສູງໄດ້ຮັບ ການຮັກສາໄວ້ຢ່າງເປັນປະຈຳ.

       ການຢ້ຽມຢາມທາງລັດຖະກິດຂອງທ່ານປະທານາທິບໍດີ Moon Jae In ຢູ່ຫວຽດນາມຈະແກ່ຍາວແຕ່ວັນທີ 22 – 24 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ