ປະທານາທິບໍດີສ.ເກົາຫຼີ ປະກາດ “ວິໄສທັດແມ່ນ້ຳຂອງ”

(VOVWORLD) -ທາດແທ້ຂອງຄວາມຂະຫຍັນຂັນເຄື່ອນ ແລະ ຄວາມສາມາດບົ່ມຊ້ອນພັດທະນາຂອງບັນດາປະເທດພາກພື້ນແມ່ນ້ຳຂອງ ແລະ ຈິດໃຈເຄົາລົບນັບຖືເຊິ່ງກັນ ແລະ ກັນ ຈະເປີດອອກອະນາຄົດໃໝ່ຂອງໂລກ

ປະທານາທິບໍດີສ.ເກົາຫຼີ ປະກາດ “ວິໄສທັດແມ່ນ້ຳຂອງ” - ảnh 1ຄາດວ່າ ສ.ເກົາຫຼີ ຈະແບ່ງປັນເຄັດລັບກ່ຽວກັບການສຶກສາ ແລະ ພັດທະນາຊັບພະນາກອນກັບບັນດາປະເທດອື່ນ

(ພາບ: KPL)

ວັນທີ 05 ກັນຍາ, ພາຍຫຼັງການເຈລະຈາກັບບັນດາການນຳລາວ ເນື່ອງໃນໂອກາດເດີນທາງໄປຢ້ຽມຢາມນະຄອນຫຼວງວຽງຈັນ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ໄດ້ປະກາດຍຸດທະສາດຂອງເຊີອູນ ກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດພາກພື້ນແມ່ນ້ຳຂອງ, ໃນສະພາບທີ່ປະເທດນີ້ພວມມານະພະຍາຍາມສ້າງທີ່ຕັ້ງໃຫ້ໝັ້ນແກ່ນຢູ່ພາກພື້ນ. ກ່າວຄຳເຫັນເມື່ອໄປຢ້ຽມຢາມໂຄງການລວມຂອງ 2 ປະເທດທີ່ພວມຜັນຂະຫຍາຍຢູ່ພາກພື້ນແມ່ນ້ຳຂອງ ໄຫຼຜ່ານນະຄອນຫຼວງວຽງຈັນ ພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ, ທ່ານປະທານາທິບໍດີສ.ເກົາຫຼີ ເນັ້ນໜັກວ່າ ທາດແທ້ຂອງຄວາມຂະຫຍັນຂັນເຄື່ອນ ແລະ ຄວາມສາມາດບົ່ມຊ້ອນພັດທະນາຂອງບັນດາປະເທດພາກພື້ນແມ່ນ້ຳຂອງ ແລະ ຈິດໃຈເຄົາລົບນັບຖືເຊິ່ງກັນ ແລະ ກັນ ຈະເປີດອອກອະນາຄົດໃໝ່ຂອງໂລກ. ກໍ່ຕາມທ່ານແລ້ວ, ສ.ເກົາຫຼີ ມີບົດຮຽນຫຼາຍຢ່າງໃນການພັດທະນາບັນດາໝູ່ບ້ານກະສິກຳ ແລະ ຄາດວ່າປະເທດນີ້ຈະແບ່ງປັນເຄັດລັບກ່ຽວກັບການສຶກສາ ແລະ ພັດທະນາຊັບພະນາກອນກັບບັນດາປະເທດອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ