ປະທານາທິບໍດີສ.ເກົາຫຼີ ອອກຄຳສັ່ງໃຫ້ກອງທັບກຽມພ້ອມສະກັດນັ້ນທຸກການກະທຳເກາະຜິດຂອງສປປ.ເກົາຫຼີ

ປະທານາທິບໍດີສ.ເກົາຫຼີ ອອກຄຳສັ່ງໃຫ້ກອງທັບກຽມພ້ອມສະກັດນັ້ນທຸກການກະທຳເກາະຜິດຂອງສປປ.ເກົາຫຼີ - ảnh 1
ທ່ານ​ນາງ​ປະທານາທິບໍດີ​ສ.​ເກົາຫຼີ Park Geun hye
(ພາບປະກອບ)


(vovworld) – ວັນ​ທີ 05/02, ທ່ານ​ນາງ​ປະທານາທິບໍດີ​ສ.​ເກົາຫຼີ Park Geun hye ​ໄດ້​ອອກ​ຄຳ​ສັ່ງ​​ໃຫ້​ວົງ​ການ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບຂອງ​ປະ​ເທດ​ນີ້ ກຽມພ້ອມ​ສະກັດ​ກັ້ນ​ທຸກ​ການ​ກະທຳ​ເກາະ​ຜິດຂອງ​ສປປ.​ເກົາຫຼີ.  ທີ່​ກອງ​ປະຊຸມ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ກອງທັບ​ຢູ່​ຫ້ອງ​ວ່າການ​ປະທານາທິບໍດີ, ທ່ານ​ນາງ Park Geun hye ​ເນັ້ນ​ໜັກ​ວ່າ: ຕ້ອງ​ກີດ​ຂວາງ​ບັນດາ​ການ​ກະທຳ​ເກາະ​ຜິດຂອງ​ສປປ.​ເກົາຫຼີ ຜ່ານ​​ເລື​່ອງຮັກສາ​ການ​ກຽມພ້ອມ​ຂອງ​ກອງທັບ ​ໃນ​ສະພາບ​ຄວາມ​ສະຫງົບ​ໃນ​ແຫຼມ​ເກົາຫຼີ ຍາກ​ທີ່ຈະ​ຄາດ​ຄະ​ເນ​ລ່ວ​ງໜ້າໄດ້. ການ​ນຳ​ສ.​ເກົາຫຼີ ​ໄດ້ກ່າວ​ຫາ​ເລື່ອງ​ສປປ.​ເກົາຫຼີ ສືບ​ຕໍ່​ນາບ​ຂູ່, ​ເກາະຜິດ ​ໃນ​ຂະນະ​ທີ່​ໄດ້​ຍົກ​ອອກ​ບັນດາ​ເງື່ອນ​ໄຂ​ຕັດສິນສຳລັບ​ຂໍ້​ສະ​ເໜີ​​ເຈລະຈາຂອງ​ສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ