ປະທານາທິບໍດີສ.ເກົາຫຼີ - ອາເມລິກາ ໂອ້ລົມທາງໂທລະສັບພາຍຫຼັງສປປ.ເກົາຫຼີສະເໜີດຳເນີນການເຈລະຈາ

ປະທານາທິບໍດີສ.ເກົາຫຼີ - ອາເມລິກາ ໂອ້ລົມທາງໂທລະສັບພາຍຫຼັງສປປ.ເກົາຫຼີສະເໜີດຳເນີນການເຈລະຈາ - ảnh 1
ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama
(ພາບປະກອບ)
(vovworld) - ວັນ​ທີ 17/06, ທ່ານ​ປະທານາທິບໍດີ​ສ.​ເກົາຫຼີ Park Geun Hye ມີ​ການ​​ໂອ້​ລົມທາງ​ໂທລະສັບ​ກັບ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama, ພາຍຫຼັງ ສປປ.​ເກົາຫຼີ ສະ​ເໜີ​ດຳ​ເນີນການ​ເຈລະຈາ​ຂັ້ນ​ສູງ​ກັບ​ອາ​ເມ​ລິ​ກາ 1 ວັນ. ​ເຈົ້າ​ໜ້າ​ທີ່ຜູ້​ໜຶ່ງບໍ່​ເປີດ​ເຜີຍ​ຕື່​ມກ່ຽວ​ກັບ​ການ​ໂອ້​ລົມ​ທາງ​ໂທລະ​ສັບ, ​ແຕ່​ໃຫ້​ຮູ້​ວ່າ ການສະ​ເໜີ​ຂອງ​ພຽງ​ຢາງ ກ່ຽວ​ກັບ​ການ​ດຳ​ເນີນ​ການ​ເຈລະຈາ​​ແມ່ນ​ຫົວ​ຂໍ້​ສຳຄັນ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບລະຫວ່າງ​ການ​ນຳ 2 ປະ​ເທດ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ສ.​ເກົາຫຼີ ​ໄດ້​ກະຕຸກ​ຊຸກຍູ້​ສປປ.​ເກົາ​ຫຼີ ມີ​ບັນດາ​ບາດກ້າວ​ອັນ​ລະອຽດເພື່ອ​ມຸ່ງ​ໄປ​ເຖິງ​ການ​ປອດ​ອາວຸດ​ນິວ​ເຄຼຍ ​ແນ​ໃສ່​ຮັບປະກັນ​ສັນຕິພາບ ​ແລະ ຄວາມ​ສະຫງົບປອດ​ໄ​ພ​ຢູ່​ແຫຼມ​ເກົາຫຼີ. ​ເຊີ​ອຸ່ນ ພວມ​ຄົ້ນຄວ້າ​ຄວາມ​ສາມາດຈັດ​ຕັ້ງ​ການ​ເຈລະຈາ 3 ຝ່າຍ​ກັບ​ບັນດາ​ນັກ​ການ​ທູດ​ອັນ​ດັບ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ ​ແລະ ຈີນ, ຢູ່​ນອກ​ເວທີ​ປາ​ໄສ​ອາ​ຊຽນ (ARF) ຢູ່​ບຣຸ​ໄນ ​ໃນ​ທ້າຍ​ເດືອນ​ນີ້. ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດສ.​ເກົາຫຼີ, ອາ​ເມ​ລິ​ກາ ​ແລະ ຈີນ ​ໄດ້​ຮັບ​ຄຳເຊີນ​ເຂົ້າ​ຮ່ວມ ARF, ​ເຊິ່ງດຳ​ເນີນ​ເປັນ​ເວລາ 3 ວັນ, ​ແຕ່​ວັນ​ທີ 30/06, ຢູ່​ບຣຸ​ໄນ.
ຂ່າວ/ບົດ​ອື່ນ