ປະທານາທິບໍດີສເກົາຫລີຍົກອອກການກຳນົດທິດຂອງລັດຖະບານໃນປີ2017

ປະທານາທິບໍດີສເກົາຫລີຍົກອອກການກຳນົດທິດຂອງລັດຖະບານໃນປີ2017 - ảnh 1
ທ່ານ Hwang Kyo ahn, ຜູ້​ຮັກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ

(vovworld)- ວັນ​ທີ 2/1, ທ່ານ Hwang Kyo ahn, ຜູ້​ຮັກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ ທັງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ເກົາ​ຫລີ ໄດ້​ອອກ​ຖະ​ແຫລງ​ການ ຈະ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ປ້ອງ​ກັນ​ເພື່ອ​ໂຕ້​ຕອບ​ບັນ​ດາ​ໄພ​ນາບ​ຂ​ູ່​ດ້ານ​ນິວ​ເຄຼຍ ພວມ​ເພີ່ມ​ຂຶ້ນ​ຈາກ​ຝ່າຍ ສ​ປ​ປ ເກົາ​ຫລີ ຜ່ານ​ການ​ຮ່ວມ​ມື​ສາ​ກົນ ຢ່າງ​ແຫນ້ນ​ແຟ້ນ. ຄຳ​ກ່າວ​ປາ​ໄສ​ດັ່ງ​ກ່າວ​ຂອງ​ທ່ານ Hwang ໄດ້​ຍົກ​ອອກ​ມາ​ພາຍ​ຫລັງ 1 ມື້ ການ​ນຳ ສ​ປ​ປ ເກົາ​ຫລີ Kim Jong Un ຖ​ະ​ແຫລງວ່າ ພຽງ​ຢາງ ພວມ​ໃນ​ໄລ​ຍະ​ສຸດ​ທ້າຍ​ຂອງ​ການ​ກະ​ກຽມ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີຕໍ່​ທະ​ວີບ. ນອກນັ້ນ ທ່ານ Hwang ກໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ເປີດກວ້າງ​ການ​ຮ່ວມ​ມື​ທາງ​ການ​ທູດ​ກັບ ອາ​ເມ​ລິ​ກາ, ຍີ່​ປຸ່ນ, ຈີນ ແລະ ລັດ​ເຊຍ ພ້ອມ​ທັງ​ເນັ້ນ​ຫນັກ​ວ່າ ຈະ​ຮັບ​ປະ​ກັນ​ບໍ່​ປະ​ໃຫ້​ເກີດ​ຊ່ອງ​ຫວ່າງ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ພາຍ​ຫລັງ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun hye ຖືກ​ພິ​ຈາ​ລະ​ນາ​ໂທດ​ໃນ​ເດືອນ​ຜ່ານ​ມາ. ທ່ານ Hwang ຍັງ​ຍົກ​ອອກ​ບັນ​ດາ​ການ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ໃນ​ປີ 2017.


ຕອບກັບ

ຂ່າວ/ບົດ​ອື່ນ