ປະທານາທິບໍດີສ.ເກົາຫຼີສະເໜີຖະແຫຼງປະກາດສິ້ນສຸດສົງຄາມລະຫວ່າງສ.ເກົາຫຼີແລະສປປ.ເກົາຫຼີ

(VOVWORLD) -ນີ້ແມ່ນການກະທຳເປີດຊ່ອງທາງໃຫ້ແກ່ວິວັດທະນາການປອດນິວເຄຼຍຢ່າງສົນບູນ ແລະ ສ້າງພື້ນຖານສັນຕິພາບອັນຍາວນານໃນແຫຼມເກົາຫຼີ.

ປະທານາທິບໍດີສ.ເກົາຫຼີສະເໜີຖະແຫຼງປະກາດສິ້ນສຸດສົງຄາມລະຫວ່າງສ.ເກົາຫຼີແລະສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in

(ພາບ: Yonhap News)

ວັນທີ 23 ກັນຍາ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ໄດ້ຢ້ຳຄືນຄຳຮຽກຮ້ອງຖະແຫຼງປະກາດສິ້ນສຸດສົງຄາມລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ, ຖືວ່າ ນີ້ແມ່ນການກະທຳເປີດຊ່ອງທາງໃຫ້ແກ່ວິວັດທະນາການປອດນິວເຄຼຍຢ່າງສົນບູນ ແລະ ສ້າງພື້ນຖານສັນຕິພາບອັນຍາວນານໃນແຫຼມເກົາຫຼີ. ໃນບົດກ່າວປາໄສຂອງຕົນທີ່ໄດ້ອັດເທບວີດີໂອ ສົ່ງເຖິງວາລະປຶກສາຫາລືລວມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 75, ທ່ານປະທານາທິບໍດີ Moon Jae in ຊີ້ແຈ້ງວ່າ: “ຮອດເວລາແລ້ວທີ່ຈະຕ້ອງລົບລ້າງໂສກອານາດຕະກຳທີ່ແກ່ຍາວໃນແຫຼມເກົາຫຼີ. ສົງຄາມຕ້ອງໄດ້ຢຸດຕິລົງໃນແຫຼມເກົາຫຼີຢ່າງສົມບູນ”. ທ່ານປະທານາທິບໍດີສ.ເກົາຫຼີ ກໍ່ເນັ້ນໜັກເຖິງຄວາມໝາຍຂອງສັນຕິພາບໃນແຫຼມເກົາຫຼີ, ໂດຍຖືວ່າ ປັດໃຈນີ້ຈະຮັບປະກັນໃຫ້ພື້ນຖານສັນຕິພາບຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອ ແລະ ນຳມາເຊິ່ງບັນດາການປ່ຽນແປງຢ່າງຕັ້ງໜ້າສຳລັບຄວາມເປັນລະບຽບຮຽບຮ້ອຍຂອງໂລກ. ການນຳສ.ເກົາຫຼີ ກໍ່ສະເໜີໃຫ້ປະຊາຄົມສາກົນຮັບຮູ້ບັນດາບັນຫາທີ່ກ່ຽວຂ້ອງເຖິງແຫຼມເກົາຫຼີ ຜ່ານ “ການຮ່ວມມືສາກົນຢ່າງຮອບດ້ານ”.

ຕອບກັບ

ຂ່າວ/ບົດ​ອື່ນ